ຂ່າວເດັ່ນ

ອາເມລິກາ ນາບຂູ່ຈະສືບຕໍ່ບຸກໂຈມຕີທາງອາກາດຕ້ານ ອີຣານ

ອາເມລິກາ ນາບຂູ່ຈະສືບຕໍ່ບຸກໂຈມຕີທາງອາກາດຕ້ານ ອີຣານ

(VOVWORLD) - ຖ້າຫາກວ່າຂ່າວສືບລາຊະການລັບ ອາເມລິກາ ຢັ້ງຢືນວ່າ ອີຣານ ພວມສືບຕໍ່ເສີມທາດຢູລານຽມເຖິງລະດັບອັນລະລາຍ, ອາເມລິກາ ອາດຈະສືບຕໍ່ບຸກໂຈມຕີດ້ານການທະຫານ.

ທ່ານປະທານາທິບໍດີ ອາເມລິກາ Donald Trump
(ພາບ: REUTERS/Ken Cedeno)

        ວັນທີ 27 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ ພ້ອມແລ້ວທີ່ຈະປຸກລະດົມການບຸກໂຈມຕີທາງອາກາດຄັ້ງໃໝ່ ແນໃສ່ ອີຣານ ຖ້າຫາກປະເທດນີ້ສືບຕໍ່ເສີມທາດຢູລານຽມຂຶ້ນລະດັບທີ່ໜ້າວິຕົກກັງວົນ.

        ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ທຳນຽບຂາວ, ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ, ຖ້າຫາກວ່າຂ່າວສືບລາຊະການລັບ ອາເມລິກາ ຢັ້ງຢືນວ່າ ອີຣານ ພວມສືບຕໍ່ເສີມທາດຢູລານຽມເຖິງລະດັບອັນລະລາຍ, ອາເມລິກາ ອາດຈະສືບຕໍ່ບຸກໂຈມຕີດ້ານການທະຫານ. ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ຖືວ່າ ໂຄງການນິວເຄຼຍຂອງ ອີຣານ ຖືກທຳລາຍ ແລະ ຕ້ອງເສຍເວລາຫຼາຍເພື່ອຟື້ນຟູ. ອາເມລິກາ ສະໜັບສະໜູນອົງການພະລັງງານປະລະມານູສາກົນ (IAEA) ຫຼື ອົງການຕິດຕາມເອກະລາດ ສຳຜັດກັບສະຖານທີ່ຢູ່ບັນດາຮາກຖານນິວເຄຼຍຂອງ ອີຣານ ເພື່ອກວດກາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.