ຂ່າວເດັ່ນ

ອາເມລິກາ ຢັ້ງຢືນຄວາມອາດສາມາດປະທານາທິບໍດີ ຢູແກຼນ ເຂົ້າຮ່ວມກອງປະຊຸມສຸດຍອດ Alaska

ອາເມລິກາ ຢັ້ງຢືນຄວາມອາດສາມາດປະທານາທິບໍດີ ຢູແກຼນ ເຂົ້າຮ່ວມກອງປະຊຸມສຸດຍອດ Alaska

(VOVWORLD) - ທ່ານ Volodymyr Zelensky, ປະທານນາທິບໍດີ ຢູແກຼນ ອາດຈະເຂົ້າຮ່ວມກອງປະຊຸມສຸດຍອດ ອາເມລິກາ - ລັດເຊຍ ໃນອາທິດນີ້ຢູ່ລັດ Alaska

ທ່ານ Matthew Whitaker, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ອົງການສົນທິສັນຍາອັດລັງຕິກເໜືອ
(ພາບ: REUTERS/Marta Fiorin)

ວັນທີ 10 ສິງຫາ, ທ່ານ Matthew Whitaker, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ໃຫ້ຮູ້ວ່າ, ທ່ານ Volodymyr Zelensky, ປະທານນາທິບໍດີ ຢູແກຼນ ອາດຈະເຂົ້າຮ່ວມກອງປະຊຸມສຸດຍອດ ອາເມລິກາ - ລັດເຊຍ ໃນອາທິດນີ້ຢູ່ລັດ Alaska, ໃນສະພາບການທີ່ບັນດາການນຳ ເອີລົບ ພວມຊຸກຍູ້ເລື່ອງ ກີແອັບ ເຂົ້າຮ່ວມບັນດາການເຈລະຈາເພື່ອຢຸດຕິການປະທະກັນ.

ເມື່ອຕອບຄຳຖາມຂອງນາຖານີໂທລະພາບ CNN ກ່ຽວກັບເລື່ອງ ທ່ານ Volodymyr Zelensky, ປະທານນາທິບໍດີ ຢູແກຼນ ອາດຈະເຂົ້າຮ່ວມກອງປະຊຸມພ້ອມກັບທ່ານ Donald Trump, ປະທານາທິບໍດີ ອາເມລິກາ ແລະ ຄູ່ຕຳແໜ່ງ ລັດເຊຍ ທ່ານ Vladimir Putin ໃນວັນທີ 15 ສິງຫາ ຈະມາເຖິງຫຼືບໍ່, ທ່ານ Matthew Whitaker ໃຫ້ຮູ້ວ່າ, ສິ່ງນັ້ນອາດຈະເກີດຂຶ້ນ.

ເລື່ອງຈັດກອງປະຊຸມສຸດຍອດເພື່ອຊອກຫາທາງອອກໃຫ້ແກ່ການປະທະກັນຢູ່ ຢູແກຼນ ແຕ່ບໍ່ມີການເຂົ້າຮ່ວມຂອງການນຳ ຢູແກຼນ ໄດ້ເຮັດໃຫ້ສ້າງຄວາມວິຕົກກັງວົນກ່ຽວກັບຄວາມອາດສາມາດທີ່ວ່າ ກີແອັບ ຕ້ອງມອບໂອນດດິນແດນສ່ວນໜຶ່ງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.