ຂ່າວເດັ່ນ

ອາເມລິກາ, ຢູແກຼນ ຈະທາບທາມຄວາມເຫັນຢູ່ ສະວິດ ກ່ຽວກັບມາດຕະການຢຸຕິການປະທະກັນ

ອາເມລິກາ, ຢູແກຼນ ຈະທາບທາມຄວາມເຫັນຢູ່ ສະວິດ ກ່ຽວກັບມາດຕະການຢຸຕິການປະທະກັນ

(VOVWORLD) - ຄາດວ່າ, ການພົບປະຈະຈັດຂຶ້ນໃນວັນທີ 23 ພະຈິກ, ໂດຍມີການເຂົ້າຮ່ວມຂອງທີ່ປຶກສາຄວາມໝັ້ນຄົງແຫ່ງຊາດຂອງ 3 ປະເທດ ເອີລົບ ນັ້ນແມ່ນ ຝລັ່ງ, ອັງກິດ ແລະ ເຢຍລະມັນ.

ທ່ານ Rustem Umerov ເລຂາສະພາຄວາມໝັ້ນຄົງ ແລະ ປ້ອງກັນຊາດແຫ່ງຊາດ ຢູແກຼນ
(ພາບ: REUTERS/Sofiia Gatilova)

ວັນທີ 22 ພະຈິກ, ທ່ານ Rustem Umerov ເລຂາສະພາຄວາມໝັ້ນຄົງ ແລະ ປ້ອງກັນຊາດແຫ່ງຊາດ ຢູແກຼນ ໃຫ້ຮູ້ວ່າ, ຢູແກຼນ ແລະ ອາເມລິກາ ຈະດຳເນີນການທາບທາມຄວາມເຫັນຢູ່ ສະວິດ ເພື່ອປຶກສາຫາລືບັນດາບາດກ້າວຢຸດຕິການປະທະກັນຢູ ຢູແກຼນ. ຄາດວ່າ, ການພົບປະຈະຈັດຂຶ້ນໃນວັນທີ 23 ພະຈິກ, ໂດຍມີການເຂົ້າຮ່ວມຂອງທີ່ປຶກສາຄວາມໝັ້ນຄົງແຫ່ງຊາດຂອງ 3 ປະເທດ ເອີລົບ ນັ້ນແມ່ນ ຝລັ່ງ, ອັງກິດ ແລະ ເຢຍລະມັນ.

ໃນສື່ສັງຄົມ Telegram, ທ່ານ Umerov ໃຫ້ຮູ້ວ່າ, ບັນດາການທາບທາມຄວາມເຫັນລະຫວ່າງເຈົ້າໜ້າທີ່ຂັ້ນສູງຂອງ 2 ປະເທດຈະສຸມໃສ່ບັນດາແຜນທິດທາງທີ່ອາດເປັນໄປຂອງຂໍ້ຕົກລົງສັນຕິພາບໃນອະນາຄົດ. ທ່ານສະແດງການຕີລາຄາສູງຕໍ່ການເຂົ້າຮ່ວມ ແລະ ເຈດຕະນາດີຂອງຝ່າຍ ອາເມລິກາ ໃນບັນດາການແລກປ່ຽນທີ່ມີລັກສະນະສ້າງສັນ.

ໃນສານທີ່ປະກາດຕອນຄ່ຳວັນທີ 22 ພະຈິກ (ຕາມເວລາທ້ອງຖິ່ນ), ທ່ານ Zelenskiy ປະທານາທິບໍດີ ຢູແກຼນ ເນັ້ນໜັກວ່າ ສັນຕິພາບຢ່າງແທດຈິງຍາມໃດກໍ່ອີງໃສ່ຄວາມໝັ້ນຄົງ ແລະ ຄວາມຍຸຕິທຳໄດ້ຮັບການຮັບປະກັນ. ແຈ້ງການຂອງຫ້ອງວ່າການປະທານາທິບໍດີ ຢູແກຼນ ຊີ້ແຈ້ງວ່າ ປະເທດນີ້ຈະບໍ່ແມ່ນສິ່ງກີດຂວາງສຳລັບສັນຕິພາບ, ພ້ອມກັນນັ້ນເນັ້ນໜັກວ່າ ຢູແກຼນ ຈະປົກປ້ອງຜົນປະໂຫຍດອັນຊອບທຳຂອງປະຊາຊົນປະເທດນີ້ ແລະ ພື້ນຖານຄວາມໝັ້ນຄົງຂອງ ເອີລົບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.