ຂ່າວເດັ່ນ

ອາເມລິກາ ຢືນຢັນຄືນໃໝ່ວ່າຈະບໍ່ຈັດສົ່ງທະຫານໄປຍັງ ຢູແກຼນ

ອາເມລິກາ ຢືນຢັນຄືນໃໝ່ວ່າຈະບໍ່ຈັດສົ່ງທະຫານໄປຍັງ ຢູແກຼນ

(VOVWORLD) - ທ່ານ Pete Hegseth, ໃຫ້ຮູ້ວ່າ ທ່ານໄດ້ເວົ້ົ້າແຈ້ງກ່ຽວກັບສິ່ງດັ່ງກ່າວທີ່ວ່າ, ກອງທັບ ອາເມລິກາ ຈະບໍ່ມີໜ້າຢູ່ຜືນແຜ່ນດິນຂອງ ຢູແກຼນ. ທ່ານກໍ່ເນັ້ນວ່າຢູ່ທະວີບ ເອີລົບ, ເອີລົບ ຄວນນຳໜ້າໃນການຮັບປະກັນຄວາມໝັ້ນຄົງ.

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Pete Hegseth
(ພາບ: PAP/TTXVN)

        ວັນທີ 23 ກຸມພາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Pete Hegseth, ຖະແຫຼງຕໍ່ສຳນັກຂ່າວສານ Fox News ວ່າ ວໍຊິງຕັນ ຈະບໍ່ຈັດສົ່ງທະຫານໄປຍັງ ຢູແກຼນ.

        ເມື່ອຖືກຖາມວ່າ, ກຳລັງຂອງ ອາເມລິກາ ອາດສາມາດໄດ້ຜັນຂະຫຍາຍໄປຍັງ ຢູແກຼນ ຫຼືບໍ່, ທ່ານ Pete Hegseth, ໃຫ້ຮູ້ວ່າ ທ່ານໄດ້ເວົ້ົ້າແຈ້ງກ່ຽວກັບສິ່ງດັ່ງກ່າວທີ່ວ່າ, ກອງທັບ ອາເມລິກາ ຈະບໍ່ມີໜ້າຢູ່ຜືນແຜ່ນດິນຂອງ ຢູແກຼນ. ທ່ານກໍ່ເນັ້ນວ່າຢູ່ທະວີບ ເອີລົບ, ເອີລົບ ຄວນນຳໜ້າໃນການຮັບປະກັນຄວາມໝັ້ນຄົງ.

        ກ່ອນໜ້ານັ້ນ, ໜັງສືພິມ Wall Street Journal ໄດ້ຄັດສະເໜີແຫຼ່ງຂ່າວໂດຍໃຫ້ຮູ້ວ່າ, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ອາດຈະສົ່ງຮ່າງແຜນການຜັນຂະຫຍາຍກຳລັງຮັກສາສັນຕິພາບຂອງ ອັງກິດ ແລະ ຝລັ່ງ ຢູ່ ຢູແກຼນ ເຊິ່ງທ່ານປະທານາທິບໍດີ ອາເມລິກາ Donald Trump ໃນວັນທີ 27 ກຸມພາ.

        ໃນຂະນະນັ້ນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Alexander Grushko ເວົ້າວ່າ, ລັດເຊຍ ມີທ່າທີຫຍ້ໍທໍ້ຕໍ່ແນວຄວາມຄິດຜັນຂະຫຍາຍກຳລັງຮັກສາສັນຕິພາບ ເອີລົບ ຢູ່ ຢູແກຼນ. ຕາມທ່ານແລ້ວ, ນີ້ແມ່ນບາດກ້າວພາໄປເຖິງຄວາມເຄັ່ງຕຶງປິນຂັ້ນໄດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.