ຂ່າວເດັ່ນ

ຮາມາດສ ບໍ່ວາງອາວຸດຂະນະທີ່ຜືນແຜ່ນດິນ ປາແລັດສະຕິ ຍັງຖືກຄວບຄຸມ

ຮາມາດສ ບໍ່ວາງອາວຸດຂະນະທີ່ຜືນແຜ່ນດິນ ປາແລັດສະຕິ ຍັງຖືກຄວບຄຸມ

(VOVWORLD) - ວັນທີ 08 ກຸມພາ, ການນຳຂະບວນການ ຮາມາດສ ຢືນຢັນວ່າ ກຸ່ມນີ້ຈະບໍ່ວາງອາວຸດ, ກ່ອນທີ່ກອງທັບ ອິດສະຣາແອັນ ຢຸດຕິການຢຶດຄອງບັນດາເຂດດິນແດນຂອງຊາວ ປາແລັດສະຕິນ, ໃນນັ້ນມີເຂດ ກາຊາ.

        ອອກຖະແຫຼງການທີ່ກອງປະຊຸມຈັດຂຶ້ນຢູ່ ໂດຮາ, ກາຊາ, ທ່ານ Khaled Mashal, ເຈົ້າໜ້າທີ່ຂັ້ນສູງ ຮາມາດສ ຊີ້ແຈ້ງວ່າ ການຢຶດຄ້ອງ, ລວມທັງຕໍ່ສູ້ດ້ານອາວຸດ, ແມ່ນສິດຜົນປະໂຫຍດຢ່າງຊອບທຳຂອງຊາວ ປາແລັດສະຕິນ. ເວລາໃດທີ່ຍັງມີໜ້າຂອງກຳລັງຢຶດຄອງຢູ່ບັນດາເຂດດິນແດນຂອງຊາວ ປາແລັດສະຕິນ, ເວລານັ້ນ ຮາມາດສ ແລະ ບັນດາກຸ່ມຕໍ່ສູ້ ປາແລັດສະຕິນ ຈະບໍ່ປົດອາວຸດຕໍ່ສູ້ຂອງຕົນ.

        ຖະແຫຼງການຂອງເຈົ້າໜ້າທີ່ຂັ້ນສູງ ຮາມາດສ ຊີ້ໃຫ້ເຫັນວ່າ ກຸ່ມນີ້ຈະບໍ່ປົດອາວຸດຢູ່ເຂດ ກາຊາ ຕາມຂໍ້ລິເລີມສັນຕິພາບຂອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ, ກ່ອນທີ່ກອງທັບ ອິດສະຣາແອັນ ຖອນທະຫານທັງໝົດອອກຈາກເຂດດິນແດນນີ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.