ຂ່າວເດັ່ນ

ຮາມາດສ ໂຈະການເຈລະຈາແລກປ່ຽນນັກໂທດກັບ ອິດສະຣາແອັນ

ຮາມາດສ ໂຈະການເຈລະຈາແລກປ່ຽນນັກໂທດກັບ ອິດສະຣາແອັນ

(VOVWORLD) - ທ່ານ Tahir al-Nono, ເຈົ້າໜ້າທີ່ຂັ້ນສູງຂອງ ຮາມາດສ, ກ່າວຫາທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ກີດຂວາງບັນດາຄວາມມານະພະຍາຍາມເພື່ອກ້າວໄປເຖິງຂໍ້ຕົກລົງຢຸດຍິງ ແລະ ແລກປ່ຽນນັກໂທດ.

ທະຫານ ອິດສະຣາແອັນ ເຂົ້າຮ່ວມບັ້ນຮົບຢູ່ເຂດ ກາຊາ
(ພາບ: THX/TTXVN)

ວັນທີ 14 ກັນຍາ, ຂະບວນການ ຮາມາດສ ຢັ້ງຢືນວ່າ ໄດ້ໂຈະວິວັດທະນາການເຈລະຈາແລກປ່ຽນນັກໂທດ ແລະ ຕົວປະກັນກັບ ອິດສະຣາແອັນ, ພາຍຫຼັງທີ່ກ່າວຫາ ອິດສະຣາແອັນ ບຸກໂຈມຕີທາງອາກາດເຂົ້າໃສ່ຄະນະເຈລະຈາຂອງກຳລັງນີ້ຢູ່ນະຄອນຫຼວງ ໂດຮາ ທີ່ ກາຕາ ໃນອາທິດກ່ອນ. ທ່ານ Tahir al-Nono, ເຈົ້າໜ້າທີ່ຂັ້ນສູງຂອງ ຮາມາດສ, ກ່າວຫາທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ກີດຂວາງບັນດາຄວາມມານະພະຍາຍາມເພື່ອກ້າວໄປເຖິງຂໍ້ຕົກລົງຢຸດຍິງ ແລະ ແລກປ່ຽນນັກໂທດ. ຮາມາດສ ກ່າວເຕືອນວ່າ ເລື່ອງ ອິດສະຣາແອັນ ເພີ່ມທະວີການບຸກໂຈມຕີບັນດາຕຶກອາຄານສາມັນຊົນຢູ່ເຂດ ກາຊາ ອາດຈະກໍ່ຄວາມອັນຕະລາຍໃຫ້ແກ່ບັນດາຕົວປະກັນຂອງ ອິດສະຣາແອັນ ທີ່ພວມຖືກກັກຂັງຢູ່ທີ່ນີ້.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ກາຕາ Sheikh Mohammed bin Abdulrahman Al Thani ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນລົງໂທດ ອິດສະຣາແອັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.