ຂ່າວເດັ່ນ

ຮ່າງ​​ກົດ​ໝາຍ​ວ່າ​ດ້ວຍ​ກາ​ນ​ປົກ​ປ້ອງ​ຂໍ້​ມູນ​ສ່ວນ​ຕົນ ສ້າງ​ພື້ນ​ຖານ​ໃຫ້​ແກ່​ວິ​ວັດ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ສັງ​ຄົມ​ດີ​ຈີ​ຕອນ.

ຮ່າງ​​ກົດ​ໝາຍ​ວ່າ​ດ້ວຍ​ກາ​ນ​ປົກ​ປ້ອງ​ຂໍ້​ມູນ​ສ່ວນ​ຕົນ ສ້າງ​ພື້ນ​ຖານ​ໃຫ້​ແກ່​ວິ​ວັດ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ສັງ​ຄົມ​ດີ​ຈີ​ຕອນ.

(VOVWORLD) - ຕາມບັນດາສະມາຊິກສະພາແຫ່ງຊາດແລ້ວ, ການປະກາດໃຊ້ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວແມ່ນມີຄວາມຈຳເປັນທີ່ສຸດເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງບັນດາອົງການ, ສ່ວນບຸກຄົນ.

ການເຮັດວຽກຂອງສະພາແຫ່ງຊາດ

ໂດຍສືບຕໍ່ໂຄງການຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ XV, ຕອນບ່າຍວັນທີ 12 ພຶດສະພາ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດໄດ້ປຶກສາຫາລື ຢູ່ຕາມໜ່ວຍກ່ຽວກັບຮ່າງກົດໝາຍຈຳນວນໜຶ່ງ, ໃນນັ້ນມີຮ່າງກົດໝາຍປົກປ້ອງຂໍ້ມູນສວ່ນຕົວ.

ຕາມບັນດາສະມາຊິກສະພາແຫ່ງຊາດແລ້ວ, ການປະກາດໃຊ້ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວແມ່ນມີຄວາມຈຳເປັນທີ່ສຸດເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງບັນດາອົງການ, ສ່ວນບຸກຄົນ. ໃນສະພາບການຫັນເປັນໂລກາພິວັດ, ຂໍ້ມູນສ່ວນຕົນບໍ່ພຽງແຕ່ແມ່ນຊັບສົມບັດຂອງພົນລະເມືອງແຕ່ລະຄົນເທົ່ານັ້ນ ຫາກຍັງແມ່ນຊັບສົມບັດຍຸດທະສາດແຫ່ງຊາດ, ມີຄວາມສະໜິດຕິດພັນກັບສິດທິມະນຸດ, ສິດພົນລະເມືອງ ແລະ ຄວາມສະຫງົບແຫ່ງຊາດ. ທ່ານນາງ ເລທູຮ່າ, ສະມາຊິກສະພາແຫ່ງຊາດແຂວງ ລາວກາຍ ມີຄຳເຫັນວ່າ:

ການປົກຄອງຂໍ້ມູນສ່ວນຕົວສ້າງພື້ນຖານໃຫ້ແກ່ວິວັດການຫັນເປັນດີຈີຕອນ, ພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ. ຕ້ອງຈຳແນກຂໍ້ມູນສ່ວນຕົວກາຍເປັນຂໍ້ມູນພື້ນຖານ ແລະ ຂໍ້ມູນທີ່ສະດຸ້ງໄວ. ນີ້ແມ່ນວິທີການສຳຜັດທີ່ສອດຄ່ອງກັບທຳນຽບສາກົນ. ຕ້ອງກຳນົດຢ່າງຈະແຈ້ງອົງການຄຸ້ມຄອງອາດຈະເປັນອົງການເອກະລາດ ຫຼືຫົວໜ່ວຍຂຶ້ນກັບກະຊວງຕຳຫຼວດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.