ຂ່າວເດັ່ນ

ຮ່າໂນ້ຍ ກະກຽມໃຫ້ແກ່ງານບຸນວັດທະນະທຳໂລກ ຄັ້ງທີ 1

ຮ່າໂນ້ຍ ກະກຽມໃຫ້ແກ່ງານບຸນວັດທະນະທຳໂລກ ຄັ້ງທີ 1

(VOVWORLD) - ແມ່ນເຫດການວັດທະນະທຳພົວພັນຕ່າງປະເທດທີ່ມີຂອບເຂດທົ່ວໂລກ

ນີ້ແມ່ນເຫດການວັດທະນະທຳພົວພັນຕ່າງປະເທດທີ່ມີຂອບເຂດທົ່ວໂລກ
(ພາບ: TTXVN)

        ຕາມຂໍ້ມູນຈາກຄະນະຈັດຕັ້ງຍົກອອກມາໃນວັນທີ 08 ຕຸລາ ໃຫ້ຮູ້ວ່າ ພິທີໄຂງານບຸນວັດທະນະທຳໂລກຢູ່ ຮ່າໂນ້ຍ ຄັ້ງທີ 1 ຄາດວ່າຈະຈັດຂຶ້ນໃນຕອນຄ່ຳວັນທີ 10 ຕຸລາ, ຢູ່ພະລາຊະວັງ ທັງລອງ. ພິທີອັດຈັດຂຶ້ນໃນວັນທີ 12 ຕຸລາ. ນີ້ແມ່ນເຫດການວັດທະນະທຳພົວພັນຕ່າງປະເທດທີ່ມີຂອບເຂດທົ່ວໂລກ, ແມ່ນການເຄື່ອນໄຫວວັດທະນະທຳການຕ່າງປະເທດຈຸດສຸມຂອງ ຫວຽດນາມ ໃນປີ 2025, ເຕົ້າໂຮມ 48 ປະເທດເຂົ້າຮ່ວມ.

        ຕາມທ່ານ ຫງວຽນເຟືອງຮ່ວາ, ຫົວໜ້າກົມຮ່ວມມືສາກົນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລ້ວ, ນີ້ແມ່ນງານບຸນວັດທະນະທຳຢູ່ ຫວຽດນາມ ທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ຈາກຂົງເຂດວັດທະນະທຳແຫ່ງຊາດ ຕະຫຼອດຮອດບັນດາການສະແດງສິລະປະ, ສະແດງແຟຊັ່ນ ແລະ ອາຫານການກິນ… ລ້ວນແຕ່ມຸ່ງໄປເຖິງເປົ້າໝາຍ: ເຄົາລົບຄວາມເປັນຫຼາຍຮູບຫຼາຍແບບໃນຄວາມເປັນເອກະພາບ ແລະ ຢືນຢັນບົດບາດຂອງວັດທະນະທຳຄືດັ່ງຂົວເຊື່ອມຕໍ່ແບບຍືນຍົງລະຫວ່າງບັນດາຊາດ.

        ດ້ວຍທິດນຳ “ວັດທະນະທຳເປັນພື້ນຖານ - ສິລະປະເປັນພາຫະນະ”, ງານບຸນນີ້ແມ່ນເພື່ອມຸ່ງໄປເຖິງກາຍເປັນເຫດການປະຈຳປີລະດັບສາກົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.