ຂ່າວເດັ່ນ

ຮ່າໂຮ້ຍ ຮີບຮ້ອນຜັນຂະຫຍາຍການປະຕິບັດບັນດາໂຄງການດຳເນີນງານປີ 2021 ແລະ ໄລຍະ 2021 – 2025

ຮ່າໂຮ້ຍ ຮີບຮ້ອນຜັນຂະຫຍາຍການປະຕິບັດບັນດາໂຄງການດຳເນີນງານປີ 2021 ແລະ ໄລຍະ 2021 – 2025

(VOVWORLD) -ໃນຈຳນວນໂຄງການນັ້ນ ມີໂຄງການກ່ຽວກັບການ “ເພີ່ມທະວີວຽກງານກໍ່ສ້າງ, ປັບປຸງພັກ, ສ້າງອົງຄະນະພັກ ແລະ ລະບົບການເມືອງຂອງນະຄອນໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ຍູ້ແຮງການປະຕິຮູບການບໍລິຫານໄລຍະ 2021 - 2025”

ທີ່ກອງປະຊຸມ
(ພາບ: TTXVN)

ວັນທີ 11 ມີນາ, ກອງປະຊຸມຄັ້ງທີ 3, ຄະນະບໍລິຫານງານອົງຄະນະພັກນະຄອນຮ່າໂນ້ຍ ໄດ້ຮັບຮອງເອົາ 10 ໂຄງການດຳເນີນງານຂອງທັງໄລຍະ 2021 – 2025 ແລະ ໂຄງການດຳເນີນງານປີ 2021 ຂອງຄະນະພັກນະຄອນຮ່າໂນ້ຍ. ໃນຈຳນວນໂຄງການນັ້ນ ມີໂຄງການກ່ຽວກັບການ “ເພີ່ມທະວີວຽກງານກໍ່ສ້າງ, ປັບປຸງພັກ, ສ້າງອົງຄະນະພັກ ແລະ ລະບົບການເມືອງຂອງນະຄອນໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ຍູ້ແຮງການປະຕິຮູບການບໍລິຫານໄລຍະ 2021 - 2025”; ໂຄງການກ່ຽວກັບການ “ຍົກສູງປະສິດທິຜົນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ; ປະຕິບັດການປະຢັດ, ຕ້ານການຟູມເຟືອຍໄລຍະ 2021 - 2025”… ສະຫຼຸບກອງປະຊຸມ, ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດິ່ງເຫ້ວ, ໃຫ້ຮູ້ວ່າ:

        “ບັນດາໂຄງການດຳເນີນງານໄດ້ຕິດພັນກັບທັດສະນະ, ແຜນນະໂຍບາຍໃຫຍ່, ເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ກໍຄືຫົວເລື່ອງ, ບັນດາການກຳນົດທິດໃຫຍ່, ໜ້າທີ່ຈຸດສຸມ, ບັນດາຂອດບຸກທະລຸ, ມາດ ຖານກອງປະຊຸມໃຫຍ່ອົງຄະນະພັກນະຄອນຄັ້ງທີ 17. ພ້ອມກັນນັ້ນ, ທັງສຸມໃສ່ບັນດາວຽກງານທີ່ມີລັກສະນະຮີບດ່ວນ, ທັງມີວິໄສທັດຍຸດທະສາດໄລຍະຍາວ, ທັງມີລັກສະນະສືບທອດໂຄງການດຳເນີນງານຂອງຊຸດກ່ອນ ແລະ ອັບເດດ, ເພີ່ມເຕີມບັນດາບັນຫາໃໝ່ ແລະ ສະພາບຕົວຈິງຂອງນະຄອນ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.