ຂ່າວເດັ່ນອາຊຽນ, ຈີນ ສິ້ນສຸດການຊ້ອມຮົບທະຫານເຮືອຮ່ວມ
ອາຊຽນ, ຈີນ ສິ້ນສຸດການຊ້ອມຮົບທະຫານເຮືອຮ່ວມ
ວັນອາທິດ, 16:12, 28/10/2018
VOV5
(VOVWORLD) - ວັນທີ 27 ຕຸລາ, ບັນດາກຳລັງກອງທັບເຮືອຂອງ 10 ປະເທດ ອາຊຽນ ແລະ ຈີນ ໄດ້ສິ້ນສຸດການຊ້ອມຮົບທະຫານເຮືອຮ່ວມ ຢູ່ນອກຝັ່ງທະເທນະຄອນ ຈານແຈງ, ແຂວງ ກວາງຕຸງ ທາງພາກໃຕ້ຂອງ ຈີນ.
ພາບປະກອບ |
ກ່ຳປັ່ນສູ້ຮົບ 8 ລຳ, ນັກສັງເກດການ 5 ຄົນ ແລະ ພົນທະຫານກ່ວາ 1.200 ຄົນທີ່ມາຈາກ 11 ປະເທດເຂົ້າຮ່ວມການຊ້ອມຮົບຄັ້ງນີ້. ການຊ້ອມຮົບໄດ້ແບ່ງເປັນ 3 ພາກ, ໃນນັ້ນ ມີບັນດາການເຄື່ອນໄຫວຢູ່ທ່າກ່ຳປັ່ນ, ໃນຝັ່ງທະເລ, ຝຶກຊ້ອມທະຫານເຮືອ ແລະ ສິ້ນສຸດການຝຶກຊ້ອມ.
ຕາມແຜນການແລ້ວ, ການຊ້ອມຮົບທີ່ຄ້າຍຄືກັນລະຫວ່າງ ອາຊຽນ ແລະ ອາເມລິກາ ກໍ່ຈະດຳເນີນໃນປີ 2019.
Tag:VOV / VOVworld / ອາຊຽນ / ຈີນ / ການຊ້ອມຮົບ / ທະຫານເຮືອ