ຂ່າວເດັ່ນ

ອາຊຽນ ແມ່ນຄູ່ຮ່ວມມືຍຸດທະສາດຂອງ ອາກຊັງຕິນ

ອາຊຽນ ແມ່ນຄູ່ຮ່ວມມືຍຸດທະສາດຂອງ ອາກຊັງຕິນ

(VOVWORLD) - ອາຊຽນ ແມ່ນໜຶ່ງໃນບັນດາຄູ່ຄ້າສຳຄັນຂອງ ອາກຊັງຕິນ ໃນຊຸມປີມໍ່ໆມານີ້, ພິເສດແມ່ນໃນຂົງເຂດກະເສດ ແລະ ອາຫານປຸງແຕ່ງ

ທີ່ກອງປະຊຸມສຳມະນາ
(ພາບ: TTXVN)

        ວັນທີ 12 ມິຖຸນາ, ກຳມາທິການການຕ່າງປະເທດ ແລະ ຮ່ວມມືສາກົນສະພາແຫ່ງຊາດ ອາກຊັງຕິນ ໄດ້ສົມທົບກັບຄະນະກຳມະການ ອາຊຽນ ປະຈຳ ອາກຊັງຕິນ (ACBA) ຈັດກອງປະຊຸມສຳມະນາວິທະຍາສາດ “ອາກຊັງຕິນ - ອາຊຽນ, ຄູ່ຮ່ວມມືຍຸດທະສາດໃນໂລກທີ່ພວມປ່ຽນແປງ”. ເຂົ້າຮ່ວມກອງປະຊຸມສຳມະນາມີຜູ້ຕາງໜ້າບັນດາສະຖານທູດ ຫວຽດນາມ, ມາເລເຊຍ, ຟີລິບປີນ ແລະ ໄທ; ພ້ອມກັບນັກຮຽນຮູ້ ແລະ ນັກຄົ້ນຄວ້າເປັນຈຳນວນຫຼາຍ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງ Luciana Termine, ຫົວໜ້າກຳມາທິການການຕ່າງປະເທດ ແລະ ຮ່ວມມືສາກົນສະພາແຫ່ງຊາດ ອາກຊັງຕິນ ເນັ້ນໜັກວ່າ, ອາຊຽນ ແມ່ນໜຶ່ງໃນບັນດາຄູ່ຄ້າສຳຄັນຂອງ ອາກຊັງຕິນ ໃນຊຸມປີມໍ່ໆມານີ້, ພິເສດແມ່ນໃນຂົງເຂດກະເສດ ແລະ ອາຫານປຸງແຕ່ງ; ພ້ອມກັນນັ້ນ, ທ່ານກໍ່ຢືນຢັນຄວາມສາມາດບົ່ມຊ້ອນຂອງການເຕີບໂຕ, ການຫັນເປັນຫຼາຍຮູບຫຼາຍແບບ ແລະ ປັບປຸງການພົວພັນດ້ານເສດຖະກິດ - ການຄ້າລະຫວ່າງ Buenos Aires ກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້.

        ໃນຂະນະນັ້ນ, ທ່ານສະມາຊິກລັດຖະສະພາ Santiago Pauli, ປະທານກຸ່ມສະມາຊິກລັດຖະສະພາກັບ ຫວຽດນາມ, ເນັ້ນໜັກເຖິງຄວາມສຳຄັນໃນຍຸດທະສາດຂອງການພົວພັນລະຫວ່າງ ອາກຊັງຕິນ ແລະ ຫວຽດນາມ, ພ້ອມກັນນັ້ນ, ກໍ່ຮຽກຮ້ອງເປີດກວ້າງການຮ່ວມມືໃນຂົງເຂດການຄ້າ, ອຸດສາຫະກຳ, ການສຶກສາ ແລະ ວັດທະນະທຳ.  

This site is protected by reCAPTCHA and the Google Privacy Policy and Terms of Service apply.