ຂ່າວເດັ່ນ

ອາຊຽນ ເພີ່ມທະວີການພົວພັນຄູ່ຮ່ວມມືກັບ ອາຟຣິກາ

ອາຊຽນ ເພີ່ມທະວີການພົວພັນຄູ່ຮ່ວມມືກັບ ອາຟຣິກາ

(VOVWORLD) - ວັນທີ 19 ຕຸລາ, ສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 73 ໄດ້ດຳເນີນກອງປະຊຸມຄົບຄະນະຄັ້ງທີ 23 ພາຍໃຕ້ຫົວຂໍ້ວ່າ:

ການພົວພັນຄູ່ຮ່ວມມືໃໝ່ເພື່ອການພັດທະນາຂອງ ອາຟຣິກາ (NEPAD), ໂດຍທ່ານ Maria Fernanda Espinosa ປະທານສະມັດຊາໃຫຍ່ສະຫະປະຊາຊາດ ເປັນປະທານ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າທີ່ມາຈາກ 193 ປະເທດຢູ່ ສະຫະປະຊາຊາດ.

       ກ່າວຄຳເຫັນຕາງໜ້າໃຫ້ ອາຊຽນ ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກີວ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເນັ້ນໜັກວ່າ: ອາຊຽນ ສະໜັບສະໜູນເລື່ອງປະຕິບັດ NEPAD ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະສາມັກຄີກັບບັນດາປະເທດ ອາຟຣິກາ ແນໃສ່ຫັນບັນດາເປົ້າໝາຍຂອງໂຄງການດຳເນີນງານ 2030 ໃຫ້ປະກົດຜົນເປັນຈິງ ໃຫ້ແກ່ການພັດທະນາແບບຍືນຍົງຂອງສະຫະປະຊາຊາດ ກໍ່ຄືໂຄງການດຳເນີນງານ 2063 ຂອງ ອາຟຣິກາ ດ້ວຍເປົ້າໝາຍລວມ ເພື່ອແນໃສ່ນຳມາເຊິ່ງການເຕີບໂຕ, ວັດທະນາຖາວອນ ແລະ ການພັດທະນາໃຫ້ບັນດາປະເທດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.