ຂ່າວເດັ່ນ

ADB: ຫວ​ຽດ​ນາມ ພວມ​ມີ​ຄວາມສະ​ດວກຫຼາຍ​ຢ່າງ​ເພື່ອ​ບຸ​ກ​ທະ​ລຸ ແລະ ບືນ​ຕົວ​ຂຶ້ນ

ADB: ຫວ​ຽດ​ນາມ ພວມ​ມີ​ຄວາມສະ​ດວກຫຼາຍ​ຢ່າງ​ເພື່ອ​ບຸ​ກ​ທະ​ລຸ ແລະ ບືນ​ຕົວ​ຂຶ້ນ

(VOVWORLD) - ທ່ານ Shantanu Chakraborty ຜູ້ອຳນວຍການແຫ່ງຊາດ ທະນາຄານພັດທະນາອາຊີ (ADB) ຢູ່ ຫວຽດນາມຖືວ່າ ລັດຖະບານ ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມທີ່ສຸດເພື່ອຜັນຂະຫຍາຍຫຼາຍການປະຕິຮູບທີ່ສຳຄັນເພື່ອແນໃສ່ປັບປຸງ ແລະ ຊຸກຍູ້ການເຕີບໂຕເສດຖະກິດ.

ທ່ານ Shantanu Chakraborty ຜູ້ອຳນວຍການແຫ່ງຊາດ ທະນາຄານພັດທະນາອາຊີ (ADB) ຢູ່ ຫວຽດນາມ
  (ພາບ: ADB)

ຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ, ເນື່ອງໃນໂອກາດກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ພວມດຳເນີນຢູ່ຮ່າໂນ້ຍ, ທ່ານ Shantanu Chakraborty ຜູ້ອຳນວຍການແຫ່ງຊາດ ທະນາຄານພັດທະນາອາຊີ (ADB) ຢູ່ ຫວຽດນາມ ເນັ້ນໜັກວ່າບັນດາການປະຕິຮູບເຊິ່ງ ຫວຽດນາມ ພວມຜັນຂະຫຍາຍແມ່ນການປະຕິຮູບໃຫຍ່ທີ່ສຸດນັບແຕ່ໄລຍະປ່ຽນແປງໃໝ່ມາຮອດປັດຈຸບັນ ແລະ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຫຼາຍໂອກາດເພື່ອບຸກທະລຸຢ່າງແຮງ. ທ່ານ Shantanu Chakraborty ຖືວ່າ ລັດຖະບານ ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມທີ່ສຸດເພື່ອຜັນຂະຫຍາຍຫຼາຍການປະຕິຮູບທີ່ສຳຄັນເພື່ອແນໃສ່ປັບປຸງ ແລະ ຊຸກຍູ້ການເຕີບໂຕເສດຖະກິດ, ທ່ານ ເນັ້ນໜັກວ່າ:

ຫວຽດນາມ ຍັງມີຫຼາຍໂອກາດໃນປີ 2026, ພິເສດເມື່ອແຜນການພັດທະນາໄລຍະ 5 ປີຕໍ່ໄປ ຄາດວ່າຈະຜັນຂະຫຍາຍນັບແຕ່ນີ້. ປີ 2026 ມີຄວາມໝາຍສຳຄັນພິເສດ, ເມື່ອຫວຽດນາມ ກ້າວເຂົ້າສູ່ສະໄໝການເມືອງທີ່ຟົດຟື້ນ, ດ້ວຍກອງປະຊຸມໃຫຍ່ຂອງພັກ ແລະ ການບູລະນະກົງຈັກສະພາແຫ່ງຊາດໃໝ່. ພວກເຮົາພວມກ້າວເຂົ້າສູ່ໄລຍະຂະຫຍັນຂັນເຄື່ອນທີສຸດຂອງສະໄໝການເມືອງ ແລະ ສິ່ງນັ້ນກໍ່ຈະປະກອບສ່ວນຊຸກຍູ້ການເຄື່ອນໄຫວດ້ານເສດຖະກິດ ກໍ່ຄືກຳລັງໜູນບໍລິຫານຂອງລັດຖະບານ. ຂ້າພະເຈົ້າມຫວັງວາ ທ່າປະຕິຮູບ ແລະ ການພັດທະນາຢ່າງຕັ້ງໜ້ານີ້ ຈະສືບຕໍ່ໄດ້ຮັກສາໄວ້ໃນປີ 2026 ແລະ ໃນຊຸມປີຕໍ່ໄປ, ເມື່ອຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາໃໝ່.

This site is protected by reCAPTCHA and the Google Privacy Policy and Terms of Service apply.