ຂ່າວເດັ່ນ

AFC ຈັດພິທີຈົກສະຫຼະຈັດຕາຕະລາງກຸ່ມແຂ່ງຂັນຮອບຄັດເລືອກການແຂ່ງຂັນ futsal ອາຊີ 2026

AFC ຈັດພິທີຈົກສະຫຼະຈັດຕາຕະລາງກຸ່ມແຂ່ງຂັນຮອບຄັດເລືອກການແຂ່ງຂັນ futsal ອາຊີ 2026

(VOVWORLD) - ເຂົ້າຮ່ວມຮອບຄັດເລືອກ futsal ອາຊີ 2026 ມີ 31 ທິມ ແລະ ໄດ້ແບ່ງປັນ 8 ກຸ່ມ.

ເຂົ້າຮ່ວມຮອບຄັດເລືອກ futsal ອາຊີ 2026 ມີ 31 ທິມ
(ພາບ: AFC)

        ຕອນບ່າຍວັນທີ 26 ມິຖຸນາ, ຢູ່ນະຄອນຫຼວງ ກົວລາບຳເປີ, ປະເທດ ມາເລເຊຍ ໄດ້ຈັດພິທີຈົກສະຫຼະການຈັດຕາຕະລາງກຸ່ມແຂ່ງຂັນຮອບຄັດເລືອກການແຂ່ງຂັນ futsal ອາຊີ 2026. ຜົນມີຢູ່ວ່າ, ທິມ futsal ຫວຽດນາມ ນອນຢູ່ສາຍ E, ພ້ອມກັບຄູ່ແຂ່ງ ເລບານອນ, ຈີນ ແລະ ຮົ່ງກົງ (ຈີນ).

        ເຂົ້າຮ່ວມຮອບຄັດເລືອກ futsal ອາຊີ 2026 ມີ 31 ທິມ ແລະ ໄດ້ແບ່ງປັນ 8 ກຸ່ມ. 8 ທິມນຳໜ້າຂອງກຸ່ມ ພ້ອມກັບ 7 ທິມນຳໜ້າທີ 2 ມີຜົນງານດີ ຈະມີສິດເຂົ້າຮ່ວມການແຂ່ງຂັນຮອບຊິງຊະນະເລີດ futsal ອາຊີ 2026, ຈັດຂຶ້ນຢູ່ ອິນໂດເນເຊຍ ໃນເດືອນ ມັງກອນ 2026. ດ້ວຍຖານະເປັນປະເທດເຈົ້າພາບ, ອິນໂດເນເຊຍ ໄດ້ເຂົ້າຮອບຊິງຊະນະເລີດເລີຍໂດຍບໍ່ຕ້ອງແຂ່ງຂັນໃນຮອບຄັດເລືອກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.