ຂ່າວເດັ່ນ

ໄຂ​ບັນ​ດາ​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 38 – 39 ແລະ ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູງ ກັບ​ຄູ່​ຮ່ວມ​ມື

ໄຂ​ບັນ​ດາ​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 38 – 39 ແລະ ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູງ ກັບ​ຄູ່​ຮ່ວມ​ມື

(VOVWORLD) -ນັບແຕ່ວັນທີ 26 ຕຸລາ, ບັນດາກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39, ກອງປະຊຸມຂັ້ນສູງ ລະຫວ່າງ ອາຊຽນ ກັບຄູ່ຮ່ວມມື ໄດ້ໄຂຂຶ້ນຢ່າງເປັນທາງການຕາມຮູບແບບທາງໄກ ພາຍໃຕ້ການເປັນປະທານຂອງ ປະເທດປະທານ ບຣູໄນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ຄາດວ່າ, ບັນດາກອງປະຊຸມຄັ້ງນີ້ ລວມມີຫຼາຍເຫດການສຳຄັນຄື: ກອງປະຊຸມສຸດຍອດຄັ້ງທີ 38 – 39, ກອງປະຊຸມຂັ້ນສູງ ອາຊຽນ - ສ.ເກົາຫຼີ ຄັ້ງທີ 22, ອາຊຽນ - ຈີນ ຄັ້ງທີ 24, ອາຊຽນ - ອາເມລິກາ ຄັ້ງທີ 9, ອາຊຽນ - ຍີ່ປຸ່ນ ຄັ້ງທີ 24… ບັນດາເນື້ອໃນຈຸດສຸມທີ່ໄດ້ເອົາມາປຶກສາຫາລື ແມ່ນສ້າງປະຊາຄົມ ອາຊຽນ, ຄວບຄຸມໂລກລະລາດໂຄວິດ - 19 ໄປຄຽງຄູ່ກັບການຊຸກຍູ້ການຟື້ນຟູແບບຍືນຍົງ, ປັບປຸງ ແລະ ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ ໃນການພົວພັນກັບບັນດາຄູ່ຮ່ວມມື, ການປະພຶດຂອງ ອາຊຽນ ຕໍ່ໜ້າບັນດາສິ່ງທ້າທາຍຄວາມໝັ້ນຄົງໃນພາກພື້ນ… ບັນດາກອງປະຊຸມຄາດຄະເນວ່າ ຈະປະກາດ, ຮັບຮອງເອົາ ແລະ ຢັ້ງຢືນ ເອກະສານ 101 ສະບັບ ລວມມີບັນດາການຖະແຫຼງ, ຍຸດທະສາດ, ຂອບການຮ່ວມມື… ໃນຫຼາຍຂົງເຂດ ຢູ່ທັງ 3 ເສົາຄ້ຳໃນການຮ່ວມມື ຂອງ ອາຊຽນ ເຊິ່ງແມ່ນ ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ - ສັງຄົມ. ບັນດາກອງປະຊຸມຈະສິ້ນສຸດລົງ ດ້ວຍພິທີອັດ ແລະ ພິທີມອບການດຳລົງຕຳແໜ່ງປະທານ ອາຊຽນ ຈາກບຣູໄນ ໃຫ້ ກຳປູເຈຍ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ 14 ໃນຈຳນວນ 17 ການເຄື່ອນໄຫວຂອງ ບັນດາກອງປະຊຸມສຸດຍອດຄັ້ງນີ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.