ຂ່າວເດັ່ນ

ໄຂ​ເວ​ທີ​ປາ​ໄສ​ສື່ມວນ​ຊົນ​ທົ່ວ​ປະ​ເທດ ຄັ້ງ​ທີ 2

ໄຂ​ເວ​ທີ​ປາ​ໄສ​ສື່ມວນ​ຊົນ​ທົ່ວ​ປະ​ເທດ ຄັ້ງ​ທີ 2

(VOVWORLD) - ດ້ວຍ 12 ກອງປະຊຸມ, ເວທີປາໄສສື່ມວນຊົນທົ່ວປະເທດຄັ້ງທີ 2 ແມ່ນຈຸດພົ້ນເດັ່ນປະທັບໃຈໃນບັນດາເຫດການສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນ ປະຕິວັດ ຫວຽດນາມ.

ທ່ານ ເລກວັກມິງ, ຮອງຫົວໜ້າຄະນະໂຄສະນາເຜີຍແຜ່ ແລະ ຂົນຂວາຍປະຊາຊົນສູນກາງ (ພາບ: VOV5)

ຕອນບ່າຍວັນທີ 19 ມິຖຸນາ, ຢູ່ຮ່າໂນ້ຍ, ສະມາຄົມນັກຂ່າວ ຫວຽດນາມ ສືບຕໍ່ຈັດເວລາປາໄສສື່ມວນຊົນທົ່ວປະເທດຄັ້ງທີ 2 ລວມມີ 12 ວາລະປຶກສາຫາລື, ດ້ວຍຫຼາຍເນື້ອໃນທີ່ແທດຈິງ, ຕິດກັບບັນດາຄວາມສົນໃຈແຖວໜ້າຂອງສື່ມວນຊົນ ຫວຽດນາມ.

ດ້ວຍ 12 ກອງປະຊຸມ, ເວທີປາໄສສື່ມວນຊົນທົ່ວປະເທດຄັ້ງທີ 2 ແມ່ນຈຸດພົ້ນເດັ່ນປະທັບໃຈໃນບັນດາເຫດການສະເຫຼີມສະຫຼອງ 100 ປີແຫ່ງວັນສື່ມວນຊົນ ປະຕິວັດ ຫວຽດນາມ. ມີຜູ້ແທນປະມານ 1000 ຄົນແມ່ນການນຳບັນດາອົງການສື່ມວນຊົນ, ນັກຂ່າວທີ່ມີຊື່ສຽງ, ນັກຊ່ຽວຊານສື່ມວນຊົນ, ບັນດານັກປະຖະກະຖາ ເຂົ້າຮ່ວມວາລະໄຂ, ວາລະອັດກອງປະຊຸມຄົບຄະນະ ແລະ 10 ວາລະປຶກສາຫາລືລົງເລິກ, ກ່ຽວກັບບັນດາເນື້ອໃນຕິດພັນກັບຄວາມສົນໃຈແຖວໜ້າຂອງບັນດາກອງບັນນາທິການໃນປັດຈຸບັນ, ຈາກນັ້ນສະເໜີບັນດາມາດຕະການເພື່ອໃຫ້ໜັງສືພິມ ຫວຽດນາມ ພັດທະນາສົມກັບພື້ນຖານສື່ມວນຊົນເປັນມືອາຊີບ, ວັດທະນະທຳມະນຸດ, ທັນສະໄໝໃນສັງກາດບືນຕົວຂຶ້ນຂອງຊາດ. ທ່ານ ເລກວັກມິງ, ຮອງຫົວໜ້າຄະນະໂຄສະນາເຜີຍແຜ່ ແລະ ຂົນຂວາຍປະຊາຊົນສູນກາງ, ເສນາທິການໃຫຍ່ ໜັງສືພິມ ເຍິນເຢິນ, ປະທານສະມາຄົມນັກຂ່າວ ຫວຽດນາມ ໃຫ້ຮູ້ວ່າ:

ບັນດາອົງການສື່ມວນຊົນຕ້ອງຂຸດຄົ້ນທ່າແຮງຫຼັກແຫຼ່ງຂອງຕົນ ນັ້ນແມ່ນຄວາມສາມາດດ້ານວິຊາການ ແລະ ຄວາມໄວ້ເນື້ອເຊື່ອໃຈທີ່ມີລັກສະນະສິດອຳນາດ. ດັ່ງນັ້ນ ພວກເຮົາເຈິ່ງຊ່ວຍຜູ້ອ່ານຮູ້ແຫຼ່ງຂ່າວຖືກຕ້ອງຊັດເຈນ ທ່າມກາງບັນດາແຫຼ່ງຂ່າວທີ່ຫຼາກຫຼາຍໃນປັດຈຸບັນ. ກ່ຽວກັບການຫັນເປັນດີຈີຕອນ ແລະ ໝູນໃຊ້ປັນຍາປະດິດ ບັນດາອົງການສື່ມວນຊົນຕ້ອງຕີລາຄາສະພາບການໃນປັດຈຸບັນ, ກຳນົດເປົ້າໝາຍລະອຽດ, ສ້າງຖານຂໍ້ມູນຜູ້ອ່ານ, ບັນດາລະບົບຄຸ້ມຄອງ ແລະ ສະສົມບັນດາພື້ນຖານຄຸ້ມຄອງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.