ຂ່າວເດັ່ນ

ໄຂ Festival ອາຊີບເຮັດເກືອ ຫວຽດນາມ - ບາກລຽວ ປີ 2025

ໄຂ Festival ອາຊີບເຮັດເກືອ ຫວຽດນາມ - ບາກລຽວ ປີ 2025

(VOVWORLD) - Festival ປີນີ້ ຈະແມ່ນໂອກາດເພື່ອເຊື່ອມຕໍ່ບັນດານັກຜະລິດ, ປຸງແຕ່ງ, ຈຳໜ່າຍບັນດາຜະລິດຕະພັນເຮັດຈາກເກືອ, ມຸ່ງໄປເຖິງການສ້າງບັນດາການຮ່ວມສຳພັນເພື່ອຫັນບັນດາຜະລິດຕະພັນຈາກເກືອເປັນຫຼາຍຮູບຫຼາຍແບບ.

(ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ເຫດການ)

        ດ້ວຍຫົວຂໍ້ “ຍົກສູງຄຸນຄ່າຂອງເກືອ ຫວຽດນາມ”, Festival ອາຊີບເຮັດເກືອ ຫວຽດນາມ - ບາກລຽວ ປີ 2025 “ການເດີນທາງ 100 ປີອາຊີບເຮັດເກືອ - ຊີວິດຂອງມະນຸດ” ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 06 ມີນາ, ຢູ່ສະໜາມຫຼວງ ຮຸ່ງເວືອງ, ນະຄອນ ບາກລຽວ.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເຫດການ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ປາດຖະໜາວ່າ, Festival ປີນີ້ ຈະແມ່ນໂອກາດເພື່ອເຊື່ອມຕໍ່ບັນດານັກຜະລິດ, ປຸງແຕ່ງ, ຈຳໜ່າຍບັນດາຜະລິດຕະພັນເຮັດຈາກເກືອ, ມຸ່ງໄປເຖິງການສ້າງບັນດາການຮ່ວມສຳພັນເພື່ອຫັນບັນດາຜະລິດຕະພັນຈາກເກືອເປັນຫຼາຍຮູບຫຼາຍແບບ. ຜ່ານນັ້ນ, ກໍ່ຍົກລະດັບມູນຄ່າຂອງເກືອ ຫວຽດນາມ ເວົ້າລວມ ແລະ ແຂວງ ບາກລ້ຽວ ເວົ້າສະເພາະ.

        “Festival ອາຊີບເຮັດເກືອ ຫວຽດນາມ - ບາກລຽວ ປີ 2025 ແມ່ນຈຸດເວລາສ້າງຂີດໝາຍເພື່ອໃຫ້ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນທີ່ມີອາຊີບເຮັດເກືອ ພ້ອມກັນມານະພະຍາຍາມເພື່ອນຳເມັດເກືອໃຫ້ອອກໄປໄກກວ່າ, ເພື່ອໃຫ້ອາຊີບເຮັດເກືອ ບໍ່ພຽງແຕ່ແມ່ນມໍລະດົກເທົ່ານັ້ນ, ຫາກຍັງແມ່ນພື້ນຖານເພື່ອພັດທະນາເສດຖະກິດ, ວັດທະນະທຳ, ເພື່ອພ້ອມກັບຂະແໜງເກືອ, ຮ່ວມເດີນທາງພ້ອມກັບປະເທດຊາດກ້າວເຂົ້າສູ່ສັງກາດໃໝ່”.

This site is protected by reCAPTCHA and the Google Privacy Policy and Terms of Service apply.