ຂ່າວເດັ່ນ

ໄຂ​ກອ​ງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ລະ​ຫວ່າງ ອິດ​ສະ​ຣາ​ແອັນ - ປາ​ແລັດ​ສະ​ຕິນ

ໄຂ​ກອ​ງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ລະ​ຫວ່າງ ອິດ​ສະ​ຣາ​ແອັນ - ປາ​ແລັດ​ສະ​ຕິນ

(VOVWORLD) - ວັນທີ 28 ກໍລະກົດ, ກອງປະຊຸມສາກົນຂອງ ສປຊ ກ່ຽວກັບການປະທະກັນລະຫວ່າງ ອິດສະຣາແອັນ - ປາແລັດສະຕິນ, ໂດຍ ຝລັ່ງ ແລະ ອາຣັບບິ ຊະອຸດິ ເປັນປະທານ ໄດ້ໄຂຂຶ້ນຢູ່ ນິວຢອກ (ອາເມລິກາ), ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີທີ່ມາຈາກກວ່າ 100 ປະເທດ.

ບັນຍາກາດພິທີໄຂ (ພາບ: UN)

ເມື່ອກ່າວຄຳເຫັນໃນພິທີໄຂ, ທ່ານ Jean – Nobel Barrot ລັດຖະມົນຕີການຕ່າງປະເທດ ຝລັ່ງ ຮຽກຮ້ອງໃຫ້ມີ “ບາດກ້າວຕັດສິນ” ມຸ່ງໄປເຖິງການແກ້ໄຂການປະທະກັນ; ທ່ານຢັ້ງຢືນວ່າ ມີພຽງແຕ່ມາດຕະການຄົງຕົວ 2 ລັດ ຈຶ່ງຕອບສະໜອງໄດ້ຄວາມມຸ່ງຫວັງອັນຊອບທຳຂອງທັງສອງຊາດ. ທ່ານ Barrot ຮຽກຮ້ອງໃຫ້ມີ “ບັນດາມາດຕະການ ລະອຽດ” ເພື່ອສ້າງຕັ້ງລັດ ປາແລັດສະຕິນ, ລວມມີການຮັບຮອງເອົາ ປາແລັດສະຕິນ ຢ່າງເປັນທາງການ ແລະ ຫັນການພົວພັນກັບ ອິດສະຣາແອັນ ເປັນປົກກະຕິ, ປະຕິຮູບບັນດາລະບອບລະບຽບການ ປາແລັດສະຕິນ ແລະ ມາດຕະການ ຮາມາດສ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ເນັ້ນໜັກວ່າ ການປະທະກັນລະຫວ່າງ ອິດສະຣາແອັນ - ປາແລັດສະຕິນ ອາດຈະແກ້ໄຂໄດ້ ແລະ ຮຽກຮ້ອງໃຫ້ມີການກະທຳທາງການເມືອງທີ່ຫານກ້າເພື່ອກອບກູ້ເອົາມາດຕະການຄົງຕົວທັງສອງລັດ.


This site is protected by reCAPTCHA and the Google Privacy Policy and Terms of Service apply.