ຂ່າວເດັ່ນ

ໄຂ​ກອງ​ປະ​ຊຸມ ລັດ​ຖະ​ມົນ​ຕີ​​​ການສຶກ​ສາ ອາ​ຊຽນ ຄັ້ງ​ທີ 12

ໄຂ​ກອງ​ປະ​ຊຸມ ລັດ​ຖະ​ມົນ​ຕີ​​​ການສຶກ​ສາ ອາ​ຊຽນ ຄັ້ງ​ທີ 12

(VOVWORLD) - ວັນທີ 13 ຕຸລາ, ຢູ່ຮ່າໂນ້ຍ, ທ່ານຫງວຽນກີມເຊີນ ລັດຖະມົນຕີ ກະຊວງສຶກສາ ແລະ ບໍາລຸງສ້າງ ຫວຽດນາມ ປະທານກອງປະຊຸມ ລັດຖະມົນຕີການສຶກສາ ອາຊຽນ ຄັ້ງທີ 12. ນີ້ແມ່ນເຫດການທີ່ສຳຄັນໃນສະໄໝທີ່ກະຊວງສຶກສາ ແລະ ບໍາລຸງສ້າງ ຫວຽດນາມ ເປັນປະທານຜັດປ່ຽນ ຂອງການຮ່ວມມືດ້ານການສຶກສາ ອາຊຽນ ປີ 2022-2023.

ຜູ້ແທນບັນດາປະເທດເຂົ້າຮ່ວມພິທີ, ຖ່າຍຮູບເປັນທີ່ລະນຶກ (ພາບ: VOV)

ກ່າວຄຳເຫັນຢູ່ພິທີໄຂກອງປະຊຸມລັດຖະມົນຕີສຶກສາ ອາຊຽນ ຄັ້ງທີ 12, ທ່ານຫວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍພິເສດ ເມື່ອໄດ້ຈັດຕັ້ງແບບເຊິ່ງໜ້າ ພາຍຫຼັງ 2 ປີ ທີ່ທົ່ວໂລກຕ້ານໂລກລະບາດໂຄວິດ - 19 ແລະ ວຽກງານການສຶກສາຢູ່ທົ່ວໂລກລ້ວນແຕ່ຖືກຂາດວັກຂາດຕອນ.

        ຜ່ານກອງປະຊຸມນີ້ ແລະ ພ້ອມດ້ວຍບຸລິມາສິດຕ່າງໆໃນສະໄໝ ທີ່ຫວຽດນາມໄດ້ຮັບກຽດເປັນປະທານຮ່ວມມືດ້ານການສຶກສາ 2022-2023 ຂອງອາຊຽນ, ຂ້າພະເຈົ້າເຊື່ອໝັ້ນວ່າການນຳຂະແໜງສຶກສາຂອງບັນດາປະເທດ ອາຊຽນ ຈະພ້ອມກັນກໍ່ສ້າງ ແລະ ປະຕິບັດນະໂຍບາຍການສຶກສາຢ່າງຖືກຕ້ອງ, ມີປະສິດທິຜົນ. ກ່ອນອື່ນໝົດແມ່ນເພື່ອຟື້ນຟູ ແລະ ຮັກສາລັກສະນະຕໍ່ເນື່ອງຂອງການເຄື່ອນໄຫວດ້ານການສຶກສາ.

        ຢູ່ທີ່ກອງປະຊຸມລັດຖະມົນຕີສຶກສາ ອາຊຽນ ຄັ້ງທີ 12, ລັດຖະມົນຕີບັນດາປະເທດສະມາຊິກ ອາຊຽນ ໄດ້ແລກປ່ຽນກ່ຽວກັບສະພາບການສຶກສາ ແລະ ບຳລຸງສ້າງຂອງແຕ່ລະປະເທດ, ແບ່ງປັນບັນດາບົດຮຽນພຶດຕິກຳຕົວຈິງ, ປະສົບການ ແລະ ການຊອກຫາມາດຕະການການຮ່ວມມື, ມຸ່ງໄປສູ່ການພັດທະນາດ້ານການສຶກສາແບບຍືນຍົງ ຂອງແຕ່ລະປະເທດ, ພິເສດແມ່ນໃນສະພາບການພາຍຫຼັງໂລກລະບາດໂຄວິດ 19.

This site is protected by reCAPTCHA and the Google Privacy Policy and Terms of Service apply.