ຂ່າວເດັ່ນ

ໄຂ​ກອງ​ປະຊຸມວົງ​ແຄບ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດບັນດາ​ປະ​ເທດ​ ອາຊຽນ

ໄຂ​ກອງ​ປະຊຸມວົງ​ແຄບ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດບັນດາ​ປະ​ເທດ​ ອາຊຽນ

(VOVWORLD) - ກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ (ADMM) ໄດ້ໄຂຂຶ້ນໃນວັນທີ 18 ກຸມພາຢູ່ຮ່າໂນ້ຍ. ນີ້ແມ່ນເຫດການເປີດສາກໃຫ້ແກ່ບັນດາການເຄື່ອນໄຫວ, ກອງປະຊຸມປ້ອງກັນປະເທດ - ການທະຫານ ອາຊຽນ ຂັ້ນລັດຖະມົນຕີ ໂດຍກະຊວງປ້ອງກັນປະເທດ ຫວຽດນາມ ເປັນເຈົ້າພາບ ຈັດຂຶ້ນໃນປີເປັນປະທານ ອາຊຽນ 2020 ຂອງຫວຽດນາມ.

 ທ່ານຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວັນລິກ ຮັບຕໍາແໜ່ງເປັນປະທານ ກອງປະຊຸມ  ADMM ແລະ ADMM+

       ທ່ານພົນຕີ ເລຮຸຍວິ້ງ ຮອງຫົວໜ້າເສນາທິການໃຫຍ່ ກອງທັບປະຊາຊົນຫວຽດນາມ ເນ້ັນໜັກວ່າ:

        “ກອງປະຊຸມ ADMM ວົງແຄບ ຄັ້ງນີ້ ມີທີ່ຕັ້ງ, ບົດບາດສໍາຄັນພິເສດ. ກອງປະຊຸມນີ້ ແມ່ນເວທີ ເພື່ອໃຫ້ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ດໍາເນີນການປຶກສາຫາລືກ່ຽວກັບບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດ ໃນປີ 2020, ກໍານົດທິດການຮ່ວມມືໃນປີ 2020 ແລະ ຊຸມປີຕໍ່ໄປ. ພ້ອມກັນນັ້ນ, ກອງປະຊຸມດັ່ງກ່າວ ກໍແມ່ນໂອກາດເພື່ອໃຫ້ຫວຽດນາມຢັ້ງຢືນບົດບາດເປັນປະທານໃນການບໍລິຫານ, ປະສານງານໃນການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງບັນດາ ປະເທດ ອາຊຽນ. ກອງປະຊຸມຄັ້ງນີ້ ກໍແມ່ນໂອກາດເພື່ອໃຫ້ຫວຽດນາມໂຄສະນາພາບພົດ, ທີ່ຕັ້ງບົດບາດຂອງປະເທດຊາດ, ຂອງກອງທັບປະຊາຊົນຫວຽດນາມ ມາເຖິງພາກພື້ນ ແລະ ສາກົນ”.

        ກອງປະຊຸມ ADMM ວົງແຄບ 2020 ຈະຈັດກອງປະຊຸມເປັນທາງການໃນວັນທີ 19 ກຸມພາ, ເຊິ່ງລວມມີວາລະປະຊຸມຄົບຄະນະ ແລະ ການພົບປະບໍ່ເປັນທາງການລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ  ກັບ ອົດສະຕາລີ.

        ຫົວຂໍ້ຂອງບັນດາກອງປະຊຸມປ້ອງກັນຊາດ - ການທະຫານ ອາຊຽນ ໃນປີ 2020, ລວມທັງ ກອງປະຊຸມ ADMM ວົງແຄບ ຄັ້ງນີ້ ແມ່ນ “ການຮ່ວມມືດ້ານປ້ອງກັນຊາດ ເພື່ອ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”. 

This site is protected by reCAPTCHA and the Google Privacy Policy and Terms of Service apply.