ຂ່າວເດັ່ນ

ໄຂ​ງານ​ມະ​ຫາ​ກຳ​ກິ​ລາ​ນັກ​ຮຽນ​ອາ​ຊຽນ​ປີ 2019

ໄຂ​ງານ​ມະ​ຫາ​ກຳ​ກິ​ລາ​ນັກ​ຮຽນ​ອາ​ຊຽນ​ປີ 2019

(VOVWORLD) - ວັນທີ 19 ກໍລະກົດ, ທວນໄຟອະມະຕະໄດ້ຖືກໃຕ້ຂຶ້ນຢູ່ສະໜາມກິລາ Holly Terang ນະຄອນ Semarang ປະເທດອິນໂດເນເຊຍ ເລິ່ມຕົ້ນງານມະຫາກຳກິລານັກຮຽນອາຊຽນປີ 2019 ຢ່າງເປັນທາງການໂດຍມີການເຂົ້າຮ່ວມຂອງນັກຮຽນ 10 ປະເທດອາຊຽນ.

(ພາບ: http://www.tdtt.gov.vn/)

   ວັນທີ 19 ກໍລະກົດ, ນັກຮຽນກ່ວາ 1100 ຄົນມາຈາກ 10 ປະເທດອາຊຽນ ເລີ່ມດຳເນີນການແຂ່ງຂັນບັນດາເນື້ອໃນທຳອິດ. ໃນເວລາ 7 ວັນດຳເນີນງານມະຫາກຳນັ້ນ, ບັນດານັກກິລາຈະໄດ້ແຂ່ງຂັນກິລາ 9 ປະເພດຄື: ແລ່ນແລະລານ, ຕີດອກປິກໄກ່, ລອຍນ້ຳ, ບານບ້ວງ, ເຕະກະເຕາະ, ບານສົ່ງ, pencak silat,  Tenis  ແລະ ຕີປິງປອງ.

  ງານມະຫາກຳກິລານັກຮຽນອາຊຽນຄັ້ງທຳອິດ ໄດ້ຈັດຂຶ້ນເມື່ອປີ 2009 ຢູ່ປະເທດໄທ. ປີ 2018 ຜ່ານມາ, ງານມະຫາກຳກິລານີ້ໄດ້ຈັດຂຶ້ນຢູ່ປະເທດມາເລເຊຍ ແລະ ປະເທດເຈົ້າພາບໄດ້ຮັບຫຼຽນຫຼາຍກ່ວາໝູ່

This site is protected by reCAPTCHA and the Google Privacy Policy and Terms of Service apply.