ຂ່າວເດັ່ນ

ໄຂ​ງານ​ວາງ​ສະ​ແດງ “ດ່າ​ນັ້ງ 50 ປີ​ແຫ່ງ​ຄວາມ​ມຸ່ງ​ຫວັງ​ບືນ​ຕົວ​ຂຶ້ນ”

ໄຂ​ງານ​ວາງ​ສະ​ແດງ “ດ່າ​ນັ້ງ 50 ປີ​ແຫ່ງ​ຄວາມ​ມຸ່ງ​ຫວັງ​ບືນ​ຕົວ​ຂຶ້ນ”

(VOVWORLD) - ພາບຖ່າຍແຕ່ລະແຜ່ນທີ່ໄດ້ວາງສະແດງຢູ່ງານວາງສະແດງແມ່ນເລື່ອງລາວທີ່ເຕັມໄປດ້ວຍນ້ຳໃຈຄວາມຮັກແພງຂອງດິນແດນ ແລະ ຊາວດ່ານັ້ງ, ຜ່ານນັ້ນນຳມາເຊິ່ງການສັງເກດທີ່ຮອບດ້ານກ່ຽວກັບວິວັດການພັດທະນາຂອງດ່ານັ້ງ.

ພິທີໄຂງານວາງສະແດງ

ຕອນບ່າຍວັນທີ 23 ມີນາ, ຢູ່ສວນສາທາລະນະ APEC, ນະຄອນດ່ານັ້ງ, ສະຫະພັນບັນດາສະມາຄົມວັນນະຄະດີ - ສິລະປະນະຄອນ ດ່ານັ້ງ ໄດ້ຈັດງານວາງສະແດງດ້ວຍຫົວຂໍ້ “ດ່ານັ້ງ 50 ປີແຫ່ງຄວາມມຸ່ງຫວັງບືນຕົວຂຶ້ນ”. ມີ ກ່ວາ 300 ຜົນງານໄດ້ວາງສະແດງຢູ່ງານວາງສະແດງໄດ້ສ່ອງແສງໃຫ້ເຫັນວິວັດການພັດທະນາຂອງດ່ານັ້ງ. ພາບຖ່າຍແຕ່ລະແຜ່ນທີ່ໄດ້ວາງສະແດງຢູ່ງານວາງສະແດງແມ່ນເລື່ອງລາວທີ່ເຕັມໄປດ້ວຍນ້ຳໃຈຄວາມຮັກແພງຂອງດິນແດນ ແລະ ຊາວດ່ານັ້ງ, ຜ່ານນັ້ນນຳມາເຊິ່ງການສັງເກດທີ່ຮອບດ້ານກ່ຽວກັບວິວັດການພັດທະນາຂອງດ່ານັ້ງ, ນັບແຕ່ບັນດາຄຸນຄ່າວດ້ານວັດທະນະທຳປະຫວັດສາດຕະຫຼອດຮອດບັນດາກິດຈະກຳທີ່ມີລັກສະນະເປັນສັນຍາລັກຂອງນະຄອນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.