ຂ່າວເດັ່ນ

ໄຂ​ງານ​ວາງ​ສະ​ແດງ​ດ້ວຍ​ຫົວ​ຂໍ້ ““ທົ່ວ​ປວງ​ຊົນ​ລົບລ້າງການກືກໜັງສື - ສ້າ​ງ​ອະ​ນາ​ຄົດ​ປະກາຍແຈ້ງ””

ໄຂ​ງານ​ວາງ​ສະ​ແດງ​ດ້ວຍ​ຫົວ​ຂໍ້ ““ທົ່ວ​ປວງ​ຊົນ​ລົບລ້າງການກືກໜັງສື - ສ້າ​ງ​ອະ​ນາ​ຄົດ​ປະກາຍແຈ້ງ””

(VOVWORLD) - ວັນທີ 8 ກັນຍາ 1945, ລັດຖະບານຊົ່ວຄາວໄດ້ປະກາດໃຊ້ລັດຖະບັນຍັດ ເລກທີ 17 ວ່າດ້ວຍການສ້າງຕັ້ງ ຂະບວນການ ທົ່ວປວງຊົນລົບລ້າງການກຶກໜັງສື, ເປີດສາກໃຫ້ແກ່ຂະບວນການຮ່ຳຮຽນທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ.

ພິທິ ໄຂງານວາງສະແດງດ້ວຍຫົວຂໍ້ ““ທົ່ວປວງຊົນລົບລ້າງການກືກໜັງສື - ສ້າງອະນາຄົດປະກາຍແຈ້ງ” (ພາບ: VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ, ຕອນເຊົ້າວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ຫໍພິພິທະພັນປະຫວັດສາດແຫ່ງຊາດ ໄດ້ ໄຂງານວາງສະແດງດ້ວຍຫົວຂໍ້ ““ທົ່ວປວງຊົນລົບລ້າງການກືກໜັງສື - ສ້າງອະນາຄົດປະກາຍແຈ້ງ”.

ວັນທີ 8 ກັນຍາ 1945, ລັດຖະບານຊົ່ວຄາວໄດ້ປະກາດໃຊ້ລັດຖະບັນຍັດ ເລກທີ 17 ວ່າດ້ວຍການສ້າງຕັ້ງ ຂະບວນການ ທົ່ວປວງຊົນລົບລ້າງການກຶກໜັງສື, ເປີດສາກໃຫ້ແກ່ຂະບວນການຮ່ຳຮຽນທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ. ປະຊາຊົນນັບລ້ານຄົນໃນທຸກແຖບຖິ່ນຂອງທົ່ວປະເທດ, ບໍ່ວ່າຈະອາຍຸເທົາໃດ, ຊົນຊັ້ນໃດ, ກກໍ່ລ້ວນແຕ່ເຂົ້າຮ່ວມຮຽນໜັງສື ຄືການກະທຳຮັກຊາດ. ຂະບວນການ ດ້ວຍຫົວຂໍ້ ““ທົ່ວປວງຊົນລົບລ້າງການກືກໜັງສື ໄດ້ກາຍເປັນ ທວນໄຟປະກາຍແຈ້ງພູມປັນຍາ, ຫຼໍ່ຫຼອມຈິດໃຈເອກະລາດ ແລະ ຄວາມມຸ່ງຫວັງພັດທະນາໃຫ້ແກ່ທົ່ວປວງຊົນ.  ທ່ານປ.ອ ຫງວຽນວັນດວານ, ຜູ້ອຳນວຍການຫໍພິພິທະພັນປະຫວັດສາດແຫ່ງຊາດ ໃຫ້ຮູ້ວ່າ:

ການປະຕິວັດເດືອນສິງຫາ 1945 ແມ່ນຂີດໝາຍພົ້ນເດັ່ນຂອງຊາດ ຫວຽດນາມ, ເປີດສັງກາດເອກະລາດ, ເສລີພາບໃຫ້ແກ່ປະເທດຊາດ. ນັບແຕ່ຈຸດເວລານັ້ນ, ປະທານໂຮ່ຈີມິນ ໄດ້ເລີ່ມຕົ້ນຂະບວນກການທົ່ວປວງຊົນລົບລ້າງໄພກືກໜັງສື, ສະແດງໃຫ້ເຫັນວິໄສທັດອັນເລິກເຊິ່ງກ້ວາງຂວາງ ແລະ ຄວາມມຸ່ງຫວັງພັດທະນາປະເທດຊາດ. ຂະບວນການທົ່ວປວງຊົນລົບລ້າງການກຶກໜັງສື ບໍ່ພຽງແຕ່ແມ່ນການຂົນຂວາຍຮ່ຳຮຽນຕົວໜັງສືເທົ່ານັ້ນ ຫາກຍັງແມ່ນການປຸກລຸກຈິດໃຈພົນລະເມືອງ, ຈິດໃຈບືນຕົວຂຶ້ນ ແລະ ຈິດໃຈສາມັກຄຂອງຊາດອີກດ້ວຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.