ຂ່າວເດັ່ນ

ໄຂ ວັນ​ບຸນດອກ​ບົວ​ຢູ່​ຮ່າ​ໂນ້ຍດ້ວຍຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ດູດ​ດື່ມ

ໄຂ ວັນ​ບຸນດອກ​ບົວ​ຢູ່​ຮ່າ​ໂນ້ຍດ້ວຍຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ດູດ​ດື່ມ

(VOVWORLD) - ໂດຍໄດ້ດຳເນີນແຕ່ປັດຈຸບັນ ຮອດວັນທີ 16 ກໍລະກົດ, ວັນບຸນໄດ້ໄຂຂຶ້ນດ້ວຍການເຄື່ອນໄຫວ, ລາຍການສະແດງສິລະປະທີ່ພົ້ນເດັ່ນ ນຳມາເຊິ່ງການລົງພຶດຕິກຳຕົວຈິງທີ່ເປັນໜ້າຈັບໃຈໃຫ້ແກ່ປະຊາຊົນ ແລະ ແຂກທ່ອງທ່ຽວ.

ບັນດາຜູ້ແທນ ເຂົ້າຮ່ວມພິທີໄຂວັນບຸນ (ພາບ: VOV5)
“ວັນບຸນດອກບົວຮ່າໂນ້ຍ ແລະ ແນະນຳຜະລິດຕະພັນ OCOP ຕິດພັນກັບວັດທະນະທຳບັນດາແຂວງເຂດພູສູງທາງທິດເໜືອ” ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 12 ກໍລະກົດ, ຢູ່ສະຖານທີ່ວັດທະນະທຳປະດິດຄິດສ້າງ ໄຕໂຮ່, ຖະໜົນ ລາກລອກກວນ, ຮ່າໂນ້ຍ. ໂດຍໄດ້ດຳເນີນແຕ່ປັດຈຸບັນ ຮອດວັນທີ 16 ກໍລະກົດ, ວັນບຸນໄດ້ໄຂຂຶ້ນດ້ວຍການເຄື່ອນໄຫວ, ລາຍການສະແດງສິລະປະທີ່ພົ້ນເດັ່ນ ນຳມາເຊິ່ງການລົງພຶດຕິກຳຕົວຈິງທີ່ເປັນໜ້າຈັບໃຈໃຫ້ແກ່ປະຊາຊົນ ແລະ ແຂກທ່ອງທ່ຽວ.   ກ່າວຄຳເຫັນໄຂວັນບຸນ, ທ່ານ ຫງວຽນແທັ້ງກວຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

ນະຄອນຮ່າໂນ້ຍ ພວມສຸມໃສ່ຜັນຂະຫຍາຍຕົ້ນດອກບົວຄືສ່ວນໜຶ່ງໃນຍຸດທະສາດສ້າງໂຄງປະກອບຂະແໜງກະສິກຳຕິດພັນກັບການພັດທະນາກະສິກຳເຂດຕົວເມືອງ ແລະ ການທ່ອງທ່ຽວຄືນໃໝ່. ນີ້ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນໃນການຫັນປ່ຽນຜົນລະປູກ ແລະ ສັດລ້ຽງ ເພື່ອປັບໃຫ້ເໝາະສົມກັບວິວັດການຫັນເປັນຕົວເມືອງ ແລະ ກໍ່ສ້າງຕົວເມືອງທີ່ມີລະບົບນິເວດແບບຍືນຍົງ.

ໃນລາຍການ, ຄະນະຈັດຕັ້ງ ຈະມອບລາງວັນໃນການແຂ່ງຂັນພາບຖ່າຍ “ນາງງາມເສື້ອຍາວ ແລະ ດອກບົວ; ມອບສອງລະດັບສະຖິຕິນັ້ນແມ່ນ ຈຳນວນຜູ້ນຸ່ງຊຸດເສື້ອຍາວທີ່ເປັນມູນເຊື້ອມີລວດລາຍ ດອກບົວຫຼາຍທີ່ສຸດ ຫວຽດນາມ” (1000 ຄົນ) ແລະ ລະດັບສະຖິຕິກ່ຽວກັບຈຳນວນຜູ້ຖີບລົດຖີບຢູ່ ໜອງ ໂຮ່ໄຕ ຫຼາຍທີ່ສຸດ ຫວຽດນາມ (7000 ຄົນ). ເນື່ອງໃນໂອກາດນີ້, ໄດ້ດຳເນີນເຫດການແນະນຳຜະລິດຕະພັນ OCOP ຕິດພັນກັບວັດນະທະທຳ ບັນດາແຂວງເຂດພູສູງທາງພາກເໜືອ ດ້ວຍຮ້ານວາງສະແດງກ່ວາ 100 ຮ້ານທີ່ມາຈາກ 33 ແຂວງ, ນະຄອນໃນທົ່ວປະເທດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.