ຂ່າວເດັ່ນ

ໄຂການໂອ້ລົມສົນທະນາ Shangri-La 2025

ໄຂການໂອ້ລົມສົນທະນາ Shangri-La 2025

(VOVWORLD) - ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຟານວັນຢາງ ກໍ່ຈະມີບົດກ່າວປາໄສສຳຄັນ, ເຕື້ອງເຖິງນະໂຍບາຍການທູດປ້ອງກັນຊາດຂອງ ຫວຽດນາມ

(ພາບປະກອບ: ຄະນະຈັດເວທີປາໄສໂອ້ລົມສົນທະນາ Shangri-La 2025)

        ວັນທີ 30 ພຶດສະພາ, ເວທີປາໄສໂອ້ລົມສົນທະນາ Shangri-La 2025 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ ສິງກະໂປ. ເຂົ້າຮ່ວມການໂອ້ລົມສົນທະນາ Shangri-La 2025 ມີການເຂົ້າຮ່ວມຂອງຜູ້ແທນເກືອບ 600 ທ່ານ, ໃນນັ້ນມີລັດຖະມົນຕີ, ຜູ້ບັນຊາການປ້ອງກັນຊາດເກືອບ 40 ທ່ານ ທີ່ມາຈາກ 47 ປະເທດໃນໂລກ.

        ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ  ຟານວັນຢາງ ກໍ່ຈະມີບົດກ່າວປາໄສສຳຄັນ, ເຕື້ອງເຖິງນະໂຍບາຍການທູດປ້ອງກັນຊາດຂອງ ຫວຽດນາມ, ຊຸກຍູ້ການຮ່ວມມືເພື່ອພາກພື້ນສັນຕິພາບ, ສະຖຽນລະພາບ, ພັດທະນາ.

        ດ້ວຍການໂອ້ລົມສົນທະນາຄົບຄະນະ 7 ຄັ້ງ ແລະ ວາລະໂອ້ລົມສົນທະນາພິເສດ 3 ຄັ້ງ, ການໂອ້ລົມສົນທະນາ Shangri-La ຄັ້ງນີ້ຈະໄດ້ປຶກສາຫາລືບັນດາບັນຫາຄວາມໝັ້ນຄົງທີ່ພວມຮ້ອນເຮັງໃນປະຈຸບັນ, ຄື: ການແກ່ງແຍ້ງຍຸດທະສາດ ອາເມລິກາ - ຈີນ, ການປະທະກັນ ລັດເຊຍ - ຢູແກຼນ, ສະພາບການຢູ່ທະເລຕາເວັນອອກ, ຄວາມສ່ຽງເຜີຍແຜ່ອາວຸດນິວເຄຼຍ, ວິກິດການຢູ່ ມຽນມາ…

This site is protected by reCAPTCHA and the Google Privacy Policy and Terms of Service apply.