ຂ່າວເດັ່ນ

ໄຂກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ

ໄຂກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ

(VOVWORLD) - ດ້ວຍຫົວຂໍ້ “ກວມລວມ ແລະ ຍືນຍົງ”, ກອງປະຊຸມສຸດຍອດ ອາຊຽນ 47 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ຮັບຄວາມຫວັງວ່າ ຈະແມ່ນໜຶ່ງໃນບັນດາກອງປະຊຸມໃຫຍ່ທີ່ສຸດໃນປະຫວັດສາດຂອງກຸ່ມ

ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ (SOM) ແລະ ບັນດາວາລະປະຊຸມກະກຽມ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 23 ຕຸລາ, ຢູ່ນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ. ນີ້ແມ່ນກອງປະຊຸມສ້າງປະຖົມປັດໄຈໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງຄາດວ່າຈະຈັດຂຶ້ນຢູ່ຫໍປະຊຸມ ກົວລາລຳເປີ, ມາເລເຊຍ ແຕ່ວັນທີ 26 – 28 ຕຸລາ.

ດ້ວຍຫົວຂໍ້ “ກວມລວມ ແລະ ຍືນຍົງ”, ກອງປະຊຸມສຸດຍອດ ອາຊຽນ 47 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ຮັບຄວາມຫວັງວ່າ ຈະແມ່ນໜຶ່ງໃນບັນດາກອງປະຊຸມໃຫຍ່ທີ່ສຸດໃນປະຫວັດສາດຂອງກຸ່ມ, ສວມບົດບາດເປັນພື້ນຖານສຳຄັນເພື່ອຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງກວ່າ, ພ້ອມກັນນັ້ນ ກໍ່ແກ້ໄຂບັນດາສິ່ງທ້າທາຍໃນພາກພື້ນ ແລະ ທົ່ວໂລກຢ່າງສະໜິດຕິດພັນ ແລະ ຮອບດ້ານ. ເຫດການນີ້ກໍ່ເຫັນປະຈັກຕາການເຂົ້າຮ່ວມຢ່າງຕັ້ງໜ້າຂອງ Timor Leste ໃນວິວັດການເຂົ້າເປັນສະມາຊິກ ອາຊຽນ, ດ້ວຍຖານະເປັນສະມາຊິກທີ 11, ຄາດວ່າຈະປະກາດໃນວັນທີ 26 ຕຸລາ.

ນອກຈາກບັນດາການນຳ ອາຊຽນ, ຈະມີການນຳໂລກກວ່າ 20 ທ່ານຈະເຂົ້າຮ່ວມບັນດາກອງປະຊຸມສຸດຍອດກັບ ອາຊຽນ ຢູ່ນະຄອນຫຼວງຂອງ ມາເລເຊຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.