ຂ່າວເດັ່ນ

ໄຂກອງປະຊຸມລັດຖະມົນຕີຄົມມະນາຄົມຂົນສົ່ງ ບັນດາປະເທດ ອາຊຽນ ຄັ້ງທີ 25 (ATM25) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ

ໄຂກອງປະຊຸມລັດຖະມົນຕີຄົມມະນາຄົມຂົນສົ່ງ ບັນດາປະເທດ ອາຊຽນ ຄັ້ງທີ 25 (ATM25) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ

(VOVWORLD) -ພິທີໄຂກອງປະຊຸມລັດຖະມົນຕີຄົມມະນາຄົມຂົນສົ່ງ ບັນດາປະເທດ ອາຊຽນ ຄັ້ງທີ 25 (ATM25) ໄດ້ດໍາເນີນໃນຕອນເຊົ້າວັນທີ 14 ພະຈິກ ຢູ່ຮ່າໂນ້ຍ ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີກະຊວງ ຄົມມະນາຄົມສົນສົ່ງ 10 ປະເທດ ອາຊຽນ.

 ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ພ້ອມດ້ວຍບັນດາຜູ້ແທນເຂົ້າຮ່ວມພິທີໄຂ (ພາບ: baochinhphu.vn)

ກອງປະຊຸມໄດ້ສຸມໃສ່ປຶກສາຫາລື 4 ບັນຫາຕົ້ນຕໍຄື ປະຕິບັດສໍາເລັດລະບຽບການຕ່າງໆເພື່ອລົງນາມໃນບັນດາເອກະສານຫຼາຍຝ່າຍ ຂັ້ນລັດຖະບານ ແນໃສ່ເພີ່ມທະວີການເຊື່ອມຕໍ່ດ້ານຄົມມະນາຄົມຂົນສົ່ງໃນ ອາຊຽນ ແລະ ລະຫວ່າງ ອາຊຽນ ກັບ ບັນດາປະເທດຄູ່ຮ່ວມມື; ຮັບຟັງບົດລາຍງານກ່ຽວກັບສະພາບການຜັນຂະຫຍາຍບັນດາລາຍການ, ໂຄງການ ນອນໃນຂອບເຂດແຜນການຍຸດທະສາດຄົມມະນາຄົມຂົນສົ່ງ ກົວລາລໍາເປີ 2016 – 2015; ຮັບຮອງເອົາບັນດາໂຄງການ, ແຜນການເຄື່ອນໄຫວໃນຂອບເຂດການຮ່ວມມືຄົມມະນາຄົມຂົນສົ່ງ ອາຊຽນ ໃນປີ 2020; ພົວພັນແລກປ່ຽນ, ຊຸກຍູ້ການຮ່ວມມືຄົມມະນາຄົມຂົນສົ່ງກັບບັນດາຄູ່ເຈລະຈາ ເຊິ່ງລວມມີ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ບັນດາຄູ່ຮ່ວມມືອື່ນໆ. ກ່າວຄໍາເຫັນໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ເນັ້ນໜັກວ່າ:

        “ໂດຍເປັນສະມາຊິກທີ່ຕັ້ງໜ້າຂອງ ອາຊຽນ, ໃນຖານະເປັນປະທານ ອາຊຽນ ປີ 2020, ຫວຽດນາມ ໃຫ້ຄໍາໝັ້ນສັນຍາ ຈະມານະພະຍາຍາມຮ່ວມມືກັບບັນດາປະເທດສະມາຊິກຢ່າງແໜ້ນແຟ້ນ ຕັ້ງໜ້າຜັນຂະຫຍາຍບັນດາຄໍາໝັ້ນສັນຍາ, ບັນດາຂໍ້ຕົກລົງ ເພື່ອໃຫ້ ອາຊຽນ ຢັ້ງຢືນ ບົດບາດເປັນໃຈກາງຂອງພາກພື້ນ, ພ້ອມກັບບັນດາຄູ່ຮ່ວມມືຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນສິດເສລີໃນການຂົນສົ່ງສິນຄ້າທາງອາກາດ, ທາງບົກ ແລະ ທາງທະເລ ເພື່ອ ອາຊຽນ ວັດທະນາຖາວອນ”.


This site is protected by reCAPTCHA and the Google Privacy Policy and Terms of Service apply.