ຂ່າວເດັ່ນ

ໄຂກອງປະຊຸມສຸດຍອດເວທີປາໄສ P4G 2025

ໄຂກອງປະຊຸມສຸດຍອດເວທີປາໄສ P4G 2025

(VOVWORLD) - ດ້ວຍຫົວຂໍ້: “ການຫັນເປັນສີຂຽວແບບຍືນຍົງ, ຖືມະນຸດເປັນໃຈກາງ”, ໃນ 2 ວັນຈັດກອງປະຊຸມ, ບັນດາຜູ້ແທນຈະເຂົ້າຮ່ວມການເຄື່ອນໄຫວຕ່າງໆ

(ພາບ: baoquocte.vn)

ວັນທີ 16 ເມສາ, ຢູ່ ຮ່າໂນ້ຍ, ມີຜູ້ແທນກວ່າ 600 ທ່ານທີ່ມາຈາກ 40 ປະເທດເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 ຄັ້ງທີ 4 (P4G). ດ້ວຍຫົວຂໍ້: “ການຫັນເປັນສີຂຽວແບບຍືນຍົງ, ຖືມະນຸດເປັນໃຈກາງ”, ໃນ 2 ວັນຈັດກອງປະຊຸມ, ບັນດາຜູ້ແທນຈະເຂົ້າຮ່ວມການເຄື່ອນໄຫວຕ່າງໆ, ຄື: ງານວາງສະແດງກ່ຽວກັບການເຕີບໂຕສີຂຽວ, ວາລະປຶກສາຫາລືຂັ້ນສູງ, ບັນດາວາລະປຶກສາຫາລືຂັ້ນລັດຖະມົນຕີ ສຸມໃສ່ບັນດາຂົງເຂດລະດົມແຫຼ່ງກຳລັງ, ການຫັນປ່ຽນລະບົບທັນຍາຫານ, ບັນດາມາດຕະການແກ້ໄຂນະວັດຕະກຳ, ການຫັນປ່ຽນພະລັງງານຢ່າງມີປະສິດທິຜົນ ແລະ ຍືນຍົງ.

        ຄາດວ່າ, ກອງປະຊຸມຈະຮັບຮອງເອົາຖະແຫຼງການ ຮ່າໂນ້ຍ ກ່ຽວກັບການຫັນເປັນສີຂຽວ, ຖືມະນຸດເປັນໃຈກາງ ແລະ ຖະແຫຼງການ P4G ກ່ຽວກັບການຮ່ວມມືກັບບັນດາອົງການຈັດຕັ້ງ, ກົນໄກຫຼາຍຝ່າຍໃນການຫັນເປັນສີຂຽວ ແລະ ການພັດທະນາແບບຍືນຍົງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.