ຂ່າວເດັ່ນ

ໄຂງານ​ບຸນ Carnaval ຮະ​ລອງ 2025: ງານ​ລາ​ຕີ​ຂອງ​ມໍ​ລະ​ດົກ, ສີ​ສັນ ແລະ ແຜ່​​ລັດ​ສະ​ໝີ

ໄຂງານ​ບຸນ Carnaval ຮະ​ລອງ 2025: ງານ​ລາ​ຕີ​ຂອງ​ມໍ​ລະ​ດົກ, ສີ​ສັນ ແລະ ແຜ່​​ລັດ​ສະ​ໝີ

(VOVWORLD) - ຕອນຄ່ຳວັນທີ 01 ພຶດສະພາ, ງານບຸນ Carnaval ຮະລອງ 2025 ດ້ວຍຫົວຂໍ້ “ເຊື່ອມຕໍ່ມໍລະດົກ - ປະຈັນບານແຜ່ລັດສະໝີ” ດຳເນີນໃນຕາແສງ ບ໊າຍໄຈ, ນະຄອນ ຮະລອງ, ແຂວງ ກວ໋າງນິງ.

ມີນັກສະແດງເປັນມືອາຊີບ ແລະ ບໍ່ເປັນມືອາຊີບປະມານ 1.000  ຄົນ ໄດ້ເລົ່າຄືນເລື່ອງລາວປະຫວັດສາດ, ວັດທະນະທຳທີ່ເປັນເອກະລັກຂອງ ກວ໋າງນິງ (ພາບ: VOV)

ທີ່ພິທີໄຂງານບຸນ Carnaval ຮະລອງ 2025, ບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງ 3 ພາກເໜືອ - ກາງ - ໃຕ້ ໂດຍອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ຮັບຮອງເອົານັ້ນ ກໍໄດ້ວາດພາບຄືນ ແລະ ເຮັດໃໝ່ຜ່ານ 3 ລາຍການສະແດງສິລະປະ. ມີນັກສະແດງເປັນມືອາຊີບ ແລະ ບໍ່ເປັນມືອາຊີບປະມານ 1.000  ຄົນ ໄດ້ເລົ່າຄືນເລື່ອງລາວປະຫວັດສາດ, ວັດທະນະທຳທີ່ເປັນເອກະລັກຂອງ ກວ໋າງນິງ, ຂອງປະເທດຊາດຜ່ານບັນດາລາຍການສະແດງສິລະປະ, ປະກອບສ່ວນຢັ້ງຢືນເຄື່ອງໝາຍການຄ້າ ງານບຸນ Carnaval ຮະລອງ ດ້ວຍຄວາມຄາດຫວັງ ນຳ ກວ໋າງນິງ ກາຍເປັນສູນວັດທະນະທຳ, ທ່ອງທ່ຽວ, ງານບຸນທີ່ມີລະດັບສາກົນ. ທ່ານຮວ່ງກົງເກື່ອງ, ຫົວໜ້າກຳກັບງານບຸນ Carnaval ຮະລອງ ປີ 2025, ແບ່ງປັນວ່າ:

        “ເວທີ Carnaval 2025 ມີການປ່ຽນແປງໃໝ່ຫຼາຍຢ່າງ, ນັ້ນແມ່ນ ພວກເຮົານຳເອົານ້ຳໃຈຂອງບັນດາງານບຸນ Carnaval ໃຫຍ່ໃນໂລກມານີ້ ເພື່ອສະແດງບັນດາຮູບພາບງາມທີ່ສຸດຂອງ ຫວຽດນາມ ເວົ້າລວມ ແລະ ກວ໋າງນິງ ເວົ້າສະເພາະ  ສົ່ງເຖິງບັນດາເພື່ອນມິດ ແລະ ແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນ.”

This site is protected by reCAPTCHA and the Google Privacy Policy and Terms of Service apply.