ຂ່າວເດັ່ນ

ໄຂງານບຸນດອກສະກຸຣະ ດ່າລາດ - ລະດູບານໃໝ່ 2026

ໄຂງານບຸນດອກສະກຸຣະ ດ່າລາດ - ລະດູບານໃໝ່ 2026

(VOVWORLD) - ງານບຸນໄດ້ຈັດຂຶ້ນຮອດຕົ້ນເດືອນ ກຸມພາ ດ້ວຍການເຄື່ອນໄຫວວັດທະນະທຳ, ສະແດງສິລະປະ ແລະ ການປະພຶດລົງຕົວຈິງດ້ານການທ່ອງທ່ຽວລະດູບານໃໝ່.

(ພິທີໄຂງານບຸນດອກສະກຸຣະ ດ່າລາດ - ລະດູບານໃໝ່ 2026)

        ງານບຸນດອກສະກຸຣະ ດ່າລາດ - ລະດູບານໃໝ່ 2026 ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 16 ມັງກອນ, ຢູ່ສະໜາມຫຼວງ ເລິມວຽນ. ເຫດການເປັນການເປີດສາກບັນດາການເຄື່ອນໄຫວວັດທະນະທຳ - ທ່ອງທ່ຽວພິເສດຕ້ອນຮັບລະດູບານໃໝ່ຢູ່ເຂດພູສູງ ເລິມວຽນ, ຕາແສງ ຊວັນເຮືອງ - ດ່າລາດ, ແຂວງ ເລິມດົ່ງ. ງານບຸນໄດ້ຈັດຂຶ້ນຮອດຕົ້ນເດືອນ ກຸມພາ ດ້ວຍການເຄື່ອນໄຫວວັດທະນະທຳ, ສະແດງສິລະປະ ແລະ ການປະພຶດລົງຕົວຈິງດ້ານການທ່ອງທ່ຽວລະດູບານໃໝ່.

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ເຈິ່ນທິຫວູລວານ, ປະທານຄະນະກຳມະການປະຊາຊົນຕາແສງ ຊວັນເຮືອງ - ດ່າລາດ, ເນັ້ນໜັກວ່າ:

“ຜ່ານລາຍການທີ່ງານບຸນ ແລະ ບັນດາການເຄື່ອນໄຫວໄດ້ປະກອບສ່ວນຍົກສູງພາບພົດ ແລະ ເຄື່ອງໝາຍການຄ້າດ້ານການທ່ອງທ່ຽວ ເລິມດົ່ງ ໃຫ້ພັດທະນາແບບຍືນຍົງ, ຫັນຜະລິດຕະພັນການທ່ອງທ່ຽວເປັນຫຼາຍຮູບຫຼາຍແບບ, ສືບຕໍ່ແມ່ນສະຖານທີ່ປອດໄພ, ເປັນມິດ, ເປັນໜ້າປະທັບໃຈ ແລະ ສູ້ຊົນບັນລຸເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວ 25 ລ້ານເທື່ອຄົນໃນປີ 2026”.

This site is protected by reCAPTCHA and the Google Privacy Policy and Terms of Service apply.