ຂ່າວເດັ່ນ

ໄຂງານຕະຫຼາດນັດ HawaExpo 2025

ໄຂງານຕະຫຼາດນັດ HawaExpo 2025

(VOVWORLD) - HawaExpo 2025 ໄດ້ວາງສະແດງຜະລິດຕະພັນເຄື່ອງສິລະປະຫັດຖະກຳ ສົມທົບມໍລະດົກກັບທ່າອ່ຽງອອກແບບທັນສະໄໝກວ່າ 100 ຜະລິດຕະພັນ.

ພິທີໄຂງານຕະຫຼາດນັດ
(ພາບ: TTXVN)

        ຕອນຄ່ຳວັນທີ 04 ມີນາ, ງານຕະຫຼາດນັດສົ່ງເຄື່ອງເຟີນີເຈີ ແລະ ເຄື່ອງຕົກແຕ່ງພາຍໃນເຮືອນ (HawaExpo 2025) ໄດ້ໄຂຂຶ້ນຢູ່ນະຄອນ ໂຮ່ຈີມິນ. HawaExpo 2025 ໄດ້ເຕົ້າໂຮມບັນດາເຄື່ອງໝາຍການຄ້າເຄື່ອງເຟີນີເຈີແຖວໜ້າໃນທົ່ວປະເທດ.

        HawaExpo 2025 ໄດ້ວາງສະແດງຜະລິດຕະພັນເຄື່ອງສິລະປະຫັດຖະກຳ ສົມທົບມໍລະດົກກັບທ່າອ່ຽງອອກແບບທັນສະໄໝກວ່າ 100 ຜະລິດຕະພັນ. ນີ້ກໍ່ແມ່ນແຫ່ງຈັດ Design Talk ແລະ ບັ້ນປຸກລະດົມລາງວັນອອກແບບ ຮວາມາຍ Design Award 2025 - ສະຖານທີ່ປະດິດຄິດສ້າງທີ່ສະຫງວນໃຫ້ບັນດານັກອອກແບບໜຸ່ມ, ຊຸກຍູ້ການສະເໜີບັນດາແນວຄວາມຄິດເຄື່ອງຕົກແຕ່ງພາຍໃນເຮືອນໃໝ່, ປະກອບສ່ວນເຮັດໃຫ້ລະບົບນິເວດຜະລິດຕະພັນ “made in Vietnam” ອຸດົມສົມບູນກວ່າເກົ່າ. ພ້ອມກັນນັ້ນ, HawaExpo ຍັງໜູນຊ່ວຍບັນດາວິສາຫະກິດເຊື່ອມຕໍ່ກັບລູກຄ້າສາກົນ ຜ່ານທາງອອນລາຍ Hopefairs; ພ້ອມກັນນັ້ນ, ເຊື່ອມຕໍ່ວິສາຫະກິດກັບບັນດາຫົວໜ່ວຍ logistics ແຖວໜ້າໂລກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.