ຂ່າວເດັ່ນ

ໄຂງານມະໂຫລານຮູບເງົາ ອາຊຽນ + 3 ປີ 2025 ຢູ່ ສ.ເຊັກໂກ

ໄຂງານມະໂຫລານຮູບເງົາ ອາຊຽນ + 3 ປີ 2025 ຢູ່ ສ.ເຊັກໂກ

(VOVWORLD) - ງານມະໂຫລານຮູບເງົາ ອາຊຽນ + 3 ໄດ້ໄຂຂຶ້ນຢູ່ນະຄອນຫຼວງ Prague, ສ.ເຊັກໂກ ດ້ວຍການເຂົ້າຮ່ວມຂອງ 9 ປະເທດ

(ຜູ້ແທນເຂົ້າຮ່ວມງານມະໂຫລານ)

        ຕອນຄ່ຳວັນທີ 03 ກັນຍາ, ງານມະໂຫລານຮູບເງົາ ອາຊຽນ + 3 ໄດ້ໄຂຂຶ້ນຢູ່ນະຄອນຫຼວງ Prague, ສ.ເຊັກໂກ ດ້ວຍການເຂົ້າຮ່ວມຂອງ 9 ປະເທດ, ລວມມີ: ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟີລິບປິນ, ໄທ, ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ. ເຫດການແມ່ນເພື່ອປະກອບສ່ວນສ້າງຄວາມເຂົ້າໃຈ, ສ້າງຂົວເຊື່ອມຕໍ່ລະຫວ່າງບັນດາພື້ນຖານວັດທະນະທຳຕື່ມອີກ ແລະ ເພີ່ມທະວີການພົບປະແລກປ່ຽນປະຊາຊົນ ໃນສະພາບການພົວພັນຮ່ວມມືລະຫວ່າງ ສ.ເຊັກໂກ ແລະ ບັນດາປະເທດ ອາຊີ ພວມພັດທະນາຢ່າງຕັ້ງໜ້າ.

        ເຂົ້າຮ່ວມງານມະໂຫລານຮູບເງົາຄັ້ງນີ້, ຫວຽດນາມ ໄດ້ສາຍຮູບເງົາ 2 ເລື່ອງ, ຄື: “ດອກຄ້າຍ, ເຝີ ແລະ  ເປຍໂນ”, ແມ່ນຮູບເງົາປະຫວັດສາດກ່ຽວກັບຫົວຂໍ້ສົງຄາມ, ສົ່ງສານມີຈິດໃຈອົງອາດກ້າແກ່ນ ແລະ ນ້ຳໃຈຂອງຊາວ ຮ່າໂນ້ຍ. ຕໍ່ຈາກນັ້ນແມ່ນຮູບເງົາ “ໂຮງຮຽນລະດູແລ້ງ, 2021” ສົ່ງສານກ່ຽວກັບບັນດາຄຸນຄ່າຂອງຄອບຄົວໃນການດຳລົງຊີວິດຂອງຊາວ ຫວຽດນາມ ອາໄສຢູ່ ສ.ເຊັກໂກ. 

This site is protected by reCAPTCHA and the Google Privacy Policy and Terms of Service apply.