ຂ່າວເດັ່ນ

ໄຂປີທ່ອງທ່ຽວແຫ່ງຊາດ 2025 ດ້ວຍຫົວຂໍ້: ເຫ້ວ - ເມືອງຫຼວງເກົ່າ, ໂອກາດໃໝ່

ໄຂປີທ່ອງທ່ຽວແຫ່ງຊາດ 2025 ດ້ວຍຫົວຂໍ້: ເຫ້ວ - ເມືອງຫຼວງເກົ່າ, ໂອກາດໃໝ່

(VOVWORLD) - ພິທີໄຂປີທ່ອງທ່ຽວແຫ່ງຊາດ - ເຫ້ວ 2025 ແມ່ນເຫດການເປີດສາກໃຫ້ແກ່ບັນດາການເຄື່ອນໄຫວດ້ານວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ທີ່ຈັດຂຶ້ນໃນຂອບເຂດຫຼາຍແຂວງ, ນະຄອນໃນທົ່ວປະເທດ

(ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ມາຍວັນຈິງ ກ່າວຄຳເຫັນທີ່ິພິທີ)

        ຕອນຄ່ຳວັນທີ 25 ມີນາ, ຢູ່ເວທີສະແດງແຄມແມ່ນ້ຳ ເຮືອງ, ຄະນະກຳມະການປະຊາຊົນນະຄອນ ເຫ້ວ ໄດ້ຈັດພິທີໄຂປີທ່ອງທ່ຽວແຫ່ງຊາດ - ເຫ້ວ 2025 ດ້ວຍຫົວຂໍ້: “ເຫ້ວ - ເມືອງຫຼວງເກົ່າ, ໂອກາດໃໝ່” ຕິດພັນກັບ Festival ເຫ້ວ 2025. ທີ່ິພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ມາຍວັນຈິງ ເນັ້ນໜັກວ່າ, ພິທີໄຂປີທ່ອງທ່ຽວແຫ່ງຊາດ - ເຫ້ວ 2025 ແມ່ນເຫດການເປີດສາກໃຫ້ແກ່ບັນດາການເຄື່ອນໄຫວດ້ານວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ທີ່ຈັດຂຶ້ນໃນຂອບເຂດຫຼາຍແຂວງ, ນະຄອນໃນທົ່ວປະເທດ, ປະກອບສ່ວນໂຄສະນາ, ສ້າງກຳລັງໜູນຊຸກຍູ້, ຟື້ນຟູຂະແໜງທ່ອງທ່ຽວ ແລະ ການພັດທະນາຢ່າງວ່ອງໄວ, ຍືນຍົງ.

        “ຫວຽດນາມ ພວມກ້າວເຂົ້າສູ່ສັງກາດໃໝ່, ເມື່ອທ່ອງທ່ຽວບໍ່ແມ່ນການໄປຄົ້ນຫາຕົວຈິງເທົ່ານັ້ນ, ຫາກຍັງແມ່ນຂົວເຊື່ອມຕໍ່ຂອງນ້ຳໃຈມິດຕະພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງອີກດ້ວຍ. ໃນໄລຍະຈະມາເຖິງ, ຂະແໜງທ່ອງທ່ຽວຕ້ອງຊາບຊຶມການຊີ້ນຳຂອງນາຍົກລັດຖະມົນຕີກ່ຽວກັບການພັດທະນາຂະແໜງທ່ອງທ່ຽວຢ່າງຮອບດ້ານ, ວ່ອງໄວ ແລະ ຍືນຍົງ”.

        ປີທ່ອງທ່ຽວແຫ່ງຊາດ 2025 ລວມມີ 160 ເຫດການມີຂອບຂະໜາດລະດັບຊາດ, ສາກົນ. ເຫ້ວ ຫວັງວ່າ ຈະຕ້ອນຮັບແຂກທ່ອງທ່ຽວປະມານ 5,5 ລ້ານເທື່ອຄົນໃນປີທ່ອງທ່ຽວແຫ່ງຊາດ 2025.

This site is protected by reCAPTCHA and the Google Privacy Policy and Terms of Service apply.