ຂ່າວເດັ່ນ

ໄລ​ຍະ​ຫ່າງ​ກ່ຽວ​ກັບ​ພູ​ມີ​ສາດ​ບໍ່​ແມ່ນ​ຮົ້ວ​ກີດ​ຂວາງ​ໃນ​ການ​ພົວ​ພັນ​ຮ່ວມ​ມື ຫວຽດ​ນາມ ແລະ ອາກ​ເມ​ເນຍ

ໄລ​ຍະ​ຫ່າງ​ກ່ຽວ​ກັບ​ພູ​ມີ​ສາດ​ບໍ່​ແມ່ນ​ຮົ້ວ​ກີດ​ຂວາງ​ໃນ​ການ​ພົວ​ພັນ​ຮ່ວມ​ມື ຫວຽດ​ນາມ ແລະ ອາກ​ເມ​ເນຍ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ທ່ານປະທານາທິບໍດີ Vahagn Khachaturyan ໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ພົບປະກັບທ່ານປະທານາທິບໍດີ ອາກເມເນຍ Vahagn Khachaturyan (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ ອາກເມເນຍ ຢ່າງເປັນທາງການ, ຕອນບ່າຍວັນທີ 3 ເມສາ, ຕາມເວລາທ້ອງຖິ່ນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນໄດ້ພົບປະກັບທ່ານປະທານາທິບໍດີ ອາກເມເນຍ Vahagn Khachaturyan.

ແລກປ່ຽນກ່ຽວກັບບັນດາການກຳນົດທິດໃຫຍ່ແນໃສ່ຂຸດຄົ້ນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອແນໃສ່ນຳການພົວພັນສອງປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ການນຳສອງຝ່າຍເຫັນດີ ຖືວ່າໄລຍະຫ່າງກ່ຽວກັບພູມີສາດບໍ່ແມ່ນຮົ້ວກີດຂວາງໃນການພົວພັນຮ່ວມມື ຫວຽດນາມ ແລະ ອາກເມເນຍ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບສ້າງກອບນິຕິກຳ ແລະ ບັນດາເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດສອງປະເທດເຊື່ອມຕໍ່ໂດຍກົງໂດຍໄວ, ຊອກຫາໂອກາດຮ່ວມມື, ລົງທຶນ, ເປີດກວ້າງການຮ່ວມມືທາງການຄ້າ - ການລົງທຶນ - ຊຸກຍູ້ການຮ່ວມມືໃນບັນດາຂົງເຂດໃໝ່ຄື:ເຊື່ອມຕໍ່ເສັ້ນທາງການບິນ, ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ປັນຍາປະດິດ, ການຫັນເປັນສີຂຽວ…

ກ່ຽວກັບການຮ່ວມມືຫຼາຍຝ່າຍ ແລະ ພາກພື້ນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ທ່ານປະທານາທິບໍດີ Vahagn Khachaturyan ໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍການເຊື່ອມຕໍ່ລະຫວ່າງ ອາກເມເນຍ ກັບ ອາຊຽນ, ທ່ານສະເໜີອາກເມເນຍ ສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ແລະ ຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.