ຂ່າວເດັ່ນ

ໄລ​ຍະ​ທາງ​ໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ກາ​ຊັກ​ສະ​ຖານ, ອາ​​ແຊກ​ໄບ​ຊານ, ລັດ​ເຊຍ ແລະ ເບ​ລ​າ​ຣຸດ

ໄລ​ຍະ​ທາງ​ໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ກາ​ຊັກ​ສະ​ຖານ, ອາ​​ແຊກ​ໄບ​ຊານ, ລັດ​ເຊຍ ແລະ ເບ​ລ​າ​ຣຸດ

(VOVWORLD) - ຕອນເຊົ້າວັນທີ 13 ພຶດສະພາ, ທ່ານ ໂຕເລິມ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ສິ້ນສຸດການປະຕິບັດງານຢູ່ 4 ປະເທດ ກາຊັກສະຖານ, ອາແຊກໄບຊານ, ລັດເຊຍ ແລະ ເບລາຣຸດ ຢ່າງຈົບງາມ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ບຸ່ຍແທັງເຊີນ

  ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບຄວາມໝາຍ ແລະ ບັນດາໝາກຜົນທີ່ພົ້ນເດັ່ນໃນການປະຕິບັດງານຂອງທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ດ້ວຍຫຼາຍກວ່າ 80 ກິດຈະກຳ ທີ່ໄດ້ດຳເນີນພາຍໃນ 8 ວັນ ຢູ່ 4 ປະເທດ, ການປະຕິບັດງານໄດ້ປະກອບສ່ວນຜັນຂະຫຍາຍແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ; ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ; ຫວຽດນາມ ແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນຂອງຄູ່ຮ່ວມມືຍຸດທະສາດກັບ ກາຊັກສະຖານ, ອາແຊກໄບຊານ ແລະ ເບລາຣຸດ; ພ້ອມດຽວກັນນັ້ນ ກໍ່ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນ ລັດເຊຍ ຢ່າງເລິກເຊິ່ງກວ່າເກົ່າ. ຫວຽດນາມ ແລະ 4 ປະເທດ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືປະມານ 60 ສະບັບ ລະຫວ່າງບັນດາກະຊວງ, ຂະແໜງການ, ວິສາຫະກິດໃນຫຼາຍຂົງເຂດ, ປະກອບສ່ວນນຳການພົວພັນລະຫວ່າງ ຫວຽດນາມ ແລະ ບັນດາປະເທດເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນກວ່າ.

ວັນຫຽວ

           

This site is protected by reCAPTCHA and the Google Privacy Policy and Terms of Service apply.