ຂ່າວເດັ່ນ

ໄປ​ຫາ​ປາ​ຢູ່​ທະ​ເລ​ຍາມ​ຕົ້ນ​ປີ, ຊາວ​ປະ​ມົງ ​ແຄ້ງ​ຮ​ວ່າ ​ຕັດ​ສິນ​ໃຈ​ເຮັດ​ອາ​ຊີ​ບ​ຖືກ​ຕ້ອງ​ກົດ​ໝາຍ, ຕ້ານ IUU

ໄປ​ຫາ​ປາ​ຢູ່​ທະ​ເລ​ຍາມ​ຕົ້ນ​ປີ, ຊາວ​ປະ​ມົງ ​ແຄ້ງ​ຮ​ວ່າ ​ຕັດ​ສິນ​ໃຈ​ເຮັດ​ອາ​ຊີ​ບ​ຖືກ​ຕ້ອງ​ກົດ​ໝາຍ, ຕ້ານ IUU

(VOVWORLD) - ໃນບັນຍາກາດຄືກຄື້ນມ່ວນຊືນຢ່າງຟົດຟື້ນ ອອກໄປຫາປາຢູ່ທະເລ, ຊາວປະມົງບໍ່ພຽງແຕ່ມີຄວາມຫວັງການເກັບກ່ຽວໄດ້ຮັບຜົນດີເທົ່ານັ້ນ ຫາກຍັງຍົກສູງສະຕິປະຕິບັດຕາມຂໍ້ກຳນົດຕ້ານການຂຸດຕົ້ນ IUU, ມຸ່ງໄປເຖິງການຫາປາແບບຍືນຍົງ.

ກຳປັ່ນຫາປານັບຮ້ອຍລຳກະກຽມໃຫ້ແກ່ການເດີນທາງໄປຫາປາຍາມຕົ້ນປີ (ພາບ: VOV)

ພາຍຫຼັງບຸນປີໃໝ່ປະຈຳຊາດ, ໃນຊຸມວັນຜ່ານມາຢູ່ບັນດາທ່າກຳປັນຫາປາ ຢູ່ແຂວງ ແຄ້ງຮວ່າ, ມີກຳປັ່ນຫາປານັບຮ້ອຍລຳ ກະກຽມການອອກໄປຫາປາຢູ່ທະເລຍາມຕົ້ນປີ. ໃນບັນຍາກາດຄືກຄື້ນມ່ວນຊືນຢ່າງຟົດຟື້ນ ອອກໄປຫາປາຢູ່ທະເລ, ຊາວປະມົງບໍ່ພຽງແຕ່ມີຄວາມຫວັງການເກັບກ່ຽວໄດ້ຮັບຜົນດີເທົ່ານັ້ນ ຫາກຍັງຍົກສູງສະຕິປະຕິບັດຕາມຂໍ້ກຳນົດຕ້ານການຂຸດຕົ້ນ IUU, ມຸ່ງໄປເຖິງການຫາປາແບບຍືນຍົງ. ຢູ່ທ່າກຳປັນຫາປາ ຮ່ອນເຣີ້, ຕາແສງ ນາມຍາຈາງ, ລູກເຮືອຄວາມຟ້າວຟັງກະກຽມເຊື້ອເພິງ, ກວດກາເຄື່ອງມືຫາປາ ແລະ ບັນດາວັດຖຸອຸປະກອນຕິດຕໍ. ພິເສດ, ວັດຖຸອຸປະກອນຕິດຕາມຂະບວນການ VMS ໄດ້ຮັບການກວດກາຢ່າງລະອຽດ ໃນຂະນະທີ່ກຳປັ່ນອອກທ່າ ເພື່ອແນໃສ່ຮັບປະກັນຂໍ້ກຳນົດ ແລະ ຮັບໃຊ້ການຄົ້ນຫາຕົ້ນກຳເນີດໃນການຂຸດຄົ້ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.