ຂ່າວເດັ່ນ

ໄພນ້ຳ​ຖ້ວມ​ຢ່າງ​ຮ້າຍ​ແຮງ​ຢູ່​ ປາ​ກິດ​ສະ​ຖານ​ເຮັດ​ໃຫ້ຫຼາຍ​ຄົນ​ເສຍ​ຊີ​ວິດ ແລະ ຫາຍ​ສາບ​ສູນ

ໄພນ້ຳ​ຖ້ວມ​ຢ່າງ​ຮ້າຍ​ແຮງ​ຢູ່​ ປາ​ກິດ​ສະ​ຖານ​ເຮັດ​ໃຫ້ຫຼາຍ​ຄົນ​ເສຍ​ຊີ​ວິດ ແລະ ຫາຍ​ສາບ​ສູນ

(VOVWORLD) - ວັນທີ 17 ສິງຫາ, ວົງການເຈົ້າໜ້າທີ່ແຂວງ Khyber Pakhtunkhwa, ປາກິດສະຖານ ໃຫ້ຮູ້ວ່າ ມີຜູ້ຫາຍສາບສູນກ່ວາ 150 ຄົນພາຍຫຼັງເຫດນ້ຳຖ້ວມນ້ຳແກ່ວງທີ່ຮ້າຍແຮງ ເຊິ່ງຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 344 ຄົນ.

ຜູ້ປະສົບເຄາະຮ້າຍໃນເຫດນ້ຳຖ້ວມນ້ຳແກ່ວາງຢູ່ ປາກິດສະຖານ (ພາບ: REUTERS/Stringer)

ທ່ານ Asfandyar Khattak ຜູ້ນຳອົງການຄວບຄຸມວິນາດຕະກຳແຂວງ Khyber Pakhtunkhwa ຢັ້ງຢືນວ່າມີຜູ້ຫາຍສາບສູນຢ່າງໜ້ອຍສຸດ 150 ຄົນຢູ່ເມືອງ Buner, ອາດຈະຖືກຕິດຢູ່ໃຕ້ຊາກຫາກພັງ ຫຼື ຖືກນ້ຳແກ່ວງໄປ. ໃນຂະນະນັ້ນ, ຢູ່ເມືອງ Shangla ກໍ່ໄດ້ຮັບການລາຍງານ ມີນັບສິບຄົນພວມຖືກຫາຍສາບສູນ. ເຫດນ້ຳແກ່ວງໃຫ້ເຮັດໃຫ້ລະບົບໄຟຟ້າ ແລະ ຄົມມະນາຄົມຢູ່ Buner ຖືກເປເພຢ່າງຮ້າຍແຮງ, ເຮັດໃຫ້ໄຟດັບ ແລະ ຂາດວັກຂາດຕອນໃນການຕິດຕໍ່. ຝົນຕົກໜັກແກ່ຍາວ ເຮັດໃຫ້ວຽກງານກູ້ໄພກູ້ຊີບປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ປັດຈຸບັນມີພະນັກງານກູ້ໄພກູ້ຊີບປະມານ 2000 ຄົນພວມຂຸດຄົ້ນຢູ່ຕາມຊາກເຮືອນທີ່ຖືກຖົມ ເພື່ອຄົ້ນຫາຜູ້ລອດຊີວິດ. ວຽກງານກູ້ໄພກູ້ຊີບໄດ້ຮັບການຜັນຂະຫຍາຍຢູ່ 9 ເມືອງທີ່ຖືກຜົນສະທ້ອນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.