ຂ່າວເດັ່ນ

ໄປຖືກທິດ, ຫວຽດນາມ ເປັນເຈົ້າການກຳນົດຮູບແບບການເຕີບໂຕ 5 – 10 ປີຈະມາເຖິງ

ໄປຖືກທິດ, ຫວຽດນາມ ເປັນເຈົ້າການກຳນົດຮູບແບບການເຕີບໂຕ 5 – 10 ປີຈະມາເຖິງ

(VOVWORLD) - ບັນດາການປ່ຽນແປງດັ່ງກ່າວໄດ້ສວມບົດບາດສຳຄັນໃນການກຳນົດທິດການພັດທະນາເສດຖະກິດຂອງ ຫວຽດນາມ ໃນ 5 – 10 ປີຈະມາເຖິງ.

        ຕາມເວັບໄຊ siliconcanals.com (ໂຮນລັງ), ຫວຽດນາມ ໄດ້ປະຕິບັດບັນດາການປະຕິຮູບຢ່າງພາວະວິໄສຫຼາຍທີ່ສຸດໃນຫຼາຍທົດສະຫວັດ. ບັນດາການປ່ຽນແປງດັ່ງກ່າວໄດ້ສວມບົດບາດສຳຄັນໃນການກຳນົດທິດການພັດທະນາເສດຖະກິດຂອງ ຫວຽດນາມ ໃນ 5 – 10 ປີຈະມາເຖິງ.

        ບົດຂຽນຕີລາຄາບັນດາການປະຕິຮູບເຊິ່ງລັດຖະບານ ຫວຽດນາມ ບັນລຸໄດ້ໃນ 12 ເດືອນຜ່ານມາ. ນັ້ນແມ່ນການປ່ຽນແປງຢ່າງເລິກເຊິ່ງ, ກວ້າງຂວາງ, ມີລັກສະນະໂຄງສ້າງ, ເປີດການເຕີບໂຕຢ່າງແທ້ຈິງ. ບົດຂຽນກໍ່ໄລ່ລຽງອອກບັນດາການປ່ຽນແປງຫຼັກແຫຼ່ງໃນໄລຍະການພັດທະນາເສດຖະກິດຕໍ່ໄປຂອງ ຫວຽດນາມ. ທີ 1 ແມ່ນມະຕິເລກທີ 68 ກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ, ອະນຸຍາດໃຫ້ບັນດາບໍລິສັດພາກເອກະຊົນຮັບບົດບາດສຳຄັນຫຼາຍຂຶ້ນໃນພື້ນຖານເສດຖະກິດ ຫວຽດນາມ. ທີ 2 ແມ່ນນຳເສດຖະກິດບໍ່ເປັນທາງການເຂົ້າລະບົບທາງການ. ທີ 3 ແມ່ນນຳບັນດາຂໍ້ກຳນົດເຂົ້ານຳໃຊ້ຢ່າງແໜ້ນແຟ້ນເພື່ອໃຫ້ຕະຫຼາດ ຫວຽດນາມ ມີຄວາມຍຸຕິທຳ ແລະ ການແກ່ງແຍ້ງໃນໄລຍະຍາວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.