ຂ່າວເດັ່ນ

ໄຊ​ຊະ​ນະ ໄຕ​ງວຽນ - ເປັນ​ການ​ເລີ່ມ​ຕົ້ນ​ໃຫ້​ແກ່​ການ​ຍາດ​ໄດ້​ໄຊ​ຊະ​ນະ​ທົ່ວ​ພາກ​ໃຕ້

ໄຊ​ຊະ​ນະ ໄຕ​ງວຽນ - ເປັນ​ການ​ເລີ່ມ​ຕົ້ນ​ໃຫ້​ແກ່​ການ​ຍາດ​ໄດ້​ໄຊ​ຊະ​ນະ​ທົ່ວ​ພາກ​ໃຕ້

(VOVWORLD) - ການໂອ້ລົມສົນທະນານີ້ ບໍ່ພຽງແຕ່ແມ່ນໂອກາດເພື່ອຫວນຄືນບັນດາວິລະກຳອັນພິລະອາດຫານເທົ່ານັ້ນ, ຫາກຍັງຖອດຖອນໄດ້ບັນດາບົດຮຽນອັນລ້ຳຄ່າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ. ນີ້ກໍແມ່ນໂອກາດເພື່ອສຶກສາມູນເຊື້ອປະຕິວັດ, ປຸກລຸກຄວາມເອກອ້າງທະນົງໃຈແຫ່ງຊາດ ແລະ ນ້ຳໃຈຮັກຊາດ, ພິເສດແມ່ນສຳລັບຄົນລຸ້ນໜຸ່ມ.

ການໂອ້ລົມສົນທະນາໂດຍກອງພົນໃຫຍ່ 34, ໜັງສືພິມກອງທັບປະຊາຊົນ ຫວຽດນາມ ສົມທົບກັນຈັດຂຶ້ນໃນວັນທີ 26 ກຸມພາ (ພາບ: VOV)

“ໄຊຊະນະ ໄຕງວຽນ - ເປັນການເລີ່ມຕົ້ນໃຫ້ແກ່ການຍາດໄດ້ໄຊຊະນະທົ່ວພາກໃຕ້”. ນີ້ແມ່ນຫົວຂໍ້ຂອງການໂອ້ລົມສົນທະນາໂດຍກອງພົນໃຫຍ່ 34, ໜັງສືພິມກອງທັບປະຊາຊົນ ຫວຽດນາມ ສົມທົບກັນຈັດຂຶ້ນໃນວັນທີ 26 ກຸມພາ, ຢູ່ນະຄອນ ເປີໄລກູ, ແຂວງ ຢາລາຍ. ເຫດການດັ່ງກ່າວແມ່ນການເຄື່ອນໄຫວສຳຄັນເພື່ອສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ (ວັນທີ 30 ເມສາ 1975 – 30 ເມສາ 2025).

ໃນການໂອ້ລົມສົນທະນາ, ບັນດານາຍພົນທະຫານ, ນັກວິທະຍາສາດ ແລະ ຜູ້ຕາງໜ້າບັນດາອົງການ, ກົມກອງຂຶ້ນກັບລະພາກຫຼວງ ໄຕງວຽນ ໄດ້ວິເຄາະກ່ຽວກັບບັນດາປັດໄຈຊ່ວຍຍາດໄດ້ໄຊຊະນະປະຫວັດສາດນີ້. ນັບແຕ່ການຊີ້ນຳອັນສະຫຼາດສ່ອງໃສຂອງພັກ, ສິລະປະການນຳພາຍຸດທະສາດ, ຕະຫຼອດຮອດຫົວຄິດປະດິດສ້າງໃນຍຸດທະວິທີສູ້ຮົບຂອງກອງທັບປະຊາຊົນ ຫວຽດນາມ.

ການໂອ້ລົມສົນທະນານີ້ ບໍ່ພຽງແຕ່ແມ່ນໂອກາດເພື່ອຫວນຄືນບັນດາວິລະກຳອັນພິລະອາດຫານເທົ່ານັ້ນ, ຫາກຍັງຖອດຖອນໄດ້ບັນດາບົດຮຽນອັນລ້ຳຄ່າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ. ນີ້ກໍແມ່ນໂອກາດເພື່ອສຶກສາມູນເຊື້ອປະຕິວັດ, ປຸກລຸກຄວາມເອກອ້າງທະນົງໃຈແຫ່ງຊາດ ແລະ ນ້ຳໃຈຮັກຊາດ, ພິເສດແມ່ນສຳລັບຄົນລຸ້ນໜຸ່ມ.



This site is protected by reCAPTCHA and the Google Privacy Policy and Terms of Service apply.