ຂ່າວເດັ່ນ

ໄທ ແລະ ກຳ​ປູ​ເຈຍ ເຫັນ​ດີ​ຈະ​ດຳ​ເນີນ​ການ​ເຈ​ລະ​ຈາ​ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ເຂດ​ຊາຍ​ແດນ

ໄທ ແລະ ກຳ​ປູ​ເຈຍ ເຫັນ​ດີ​ຈະ​ດຳ​ເນີນ​ການ​ເຈ​ລະ​ຈາ​ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ເຂດ​ຊາຍ​ແດນ

(VOVWORLD) - ທັງສອງຝ່າຍໄດ້ເຫັນດີຈະຖອນກຳລັງອອກຈາກເຂດຂັດແຍ້ງກັນເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງ.

(ພາບ: Fresh News)

     ວັນທີ 31 ພຶດສະພາ, ກອງທັບພະບໍລົມວົງສານຸວົງ ໄທ ໄດ້ອອກແຈ້ງການກ່ຽວກັບສະພາບການເຂດຊາຍແດນ ໄທ-ກຳປູເຈຍ, ພິເສດແມ່ນຢູ່ຈຸດນ້ອນເຮັ່ງ ຈອງບົກ, ແຂວງອຸດອນ ຮັດຈະທານີ, ໄທ ແຫ່ງທີ່ຫາກໍ່ເກີດການປະທະກັນລະຫວ່າງທະຫານສອງປະເທດ. ແຈ້ງການໄດ້ຍົກກອອກມາ ພາຍຫຼັງການພົບປະລະຫວ່າງທ່ານນາຍພົນ Phana Klaewplodthuk ຜູ້ບັນຊາການໃຫ່ຍກອງທັບບົກ ໄທ ແລະ ທ່ານນາຍພົນ Mao Sophan, ຜູ້ບັນຊາການກອງທັບບົກລາຊະອານາຈັກ ກຳປູເຈຍ ຢູ່ດ່ານຊາຍແດນ ຈອມຈົງ ແຂວງ ສຸຣິນ ທາງທິດຕາເວັນຕົກສຽງເໜືອ ໄທ ເມື່ອວັນທີ 29 ພຶດສະພາທີ່ຜ່ານມາ.

    ຕາມແຈ້ງການດັ່ງກ່າວ, ໄທ ແລະ ກຳປູເຈຍ ໄດ້ເຫັນດີຈະດຳເນີນການເຈລະຈາເພື່ອແກ້ໄຂການປະທະກັນຢູ່ເຂດຊາຍແດນ. ປະຈຸບັນ, ທັງສອງຝ່າຍໄດ້ເຫັນດີຈະຖອນກຳລັງອອກຈາກເຂດຂັດແຍ້ງກັນເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງ. ສອງຝ່າຍກໍ່ເຫັນດີຈະນຳໃຊ້ກົນໄກຄະນະກຳມະການຊາຍແດນລວມເພື່ອແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ. ຜູ້ບັນຊາການທະຫານສອງປະເທດ ຈະຕິດຕາມກວດກາກຳລັງຂອງຕົນຢ່າງແໜ້ນແຝ້ນ ເພື່ອຮັບປະກັນໃຫ້ວິວັດການເຈລະຈາດຳເນີນໄປດ້ວຍດີ.

This site is protected by reCAPTCHA and the Google Privacy Policy and Terms of Service apply.