ຂ່າວເດັ່ນ

ໄທ ແລະ ກຳ​ປູ​ເຈຍ ຊຸກ​ຍູ້​ການ​ເຈ​ລະ​ຈາ, ສະ​ຖຽນ​ລະ​ພາບ​ດ້ານ​ຄວາມ​ໝັ້ນ​ຄົງ​ຊາຍ​ແດນ

ໄທ ແລະ ກຳ​ປູ​ເຈຍ ຊຸກ​ຍູ້​ການ​ເຈ​ລະ​ຈາ, ສະ​ຖຽນ​ລະ​ພາບ​ດ້ານ​ຄວາມ​ໝັ້ນ​ຄົງ​ຊາຍ​ແດນ

(VOVWORLD) - ທະຫານເຂດ 2 ຂອງ ໄທ ແລະ ທະຫານເຂດ 4 ຂອງ ກຳປູເຈຍ ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບການຈັດຕັ້ງກອງປະຊຸມພິເສດ ຄະນະກຳມະການຊາຍແດນພາກພື້ນ (RBC) ແຕ່ວັນທີ 15 ຕຸລາ - 17 ຕຸລາ ຢູ່ເຂດຊາຍແດນສອງປະເທດ.

ວັນທີ 10 ຕຸລາ, ທະຫານເຂດ 2 ຂອງ ໄທ ແລະ ທະຫານເຂດ 4 ຂອງ ກຳປູເຈຍ ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບການຈັດຕັ້ງກອງປະຊຸມພິເສດ ຄະນະກຳມະການຊາຍແດນພາກພື້ນ (RBC) ແຕ່ວັນທີ 15 ຕຸລາ - 17 ຕຸລາ ຢູ່ເຂດຊາຍແດນສອງປະເທດ, ຊາຍແດນລະຫວ່າງແຂວງ Surin ຂອງ ໄທ ແລະ ແຂວງ Oddar Meanchey ຂອງ ກຳປູເຈຍ.

ນີ້ແມ່ນໝາກຜົນຂອງກອງປະຊຸມຂັ້ນຄະນະເລຂາຂອງທະຫານເຂດ 2 ຂອງໄທ ແລະ ທະຫານເຂດ 4 ກຳປູເຈຍ ຢູ່ດ່ານຊາຍແດນ O’Smach, ແຂວງ Oddar Meanchey ຂອງ ກຳປູເຈຍ. ສອງຝ່າຍເຫັນດີສົນທະນາ ແລະ ເຈລະຈາກ່ຽວກັບຫຼາຍບັນຫາສຳຄັນໃນກອງປະຊຸມຈະມາເຖິງ, ລວມມີ: ການພິຈາລະຈາດັດປັບທີ່ຕັ້ງຜັນຂະຫຍາຍອາວຸດປະເພດໜັກ ພາຍໃຕ້ການຕິດຕາມ ແລະ ການຢັ້ງຢືນຂອງກຸ່ມປະສານງານລວມ ແລະ ເພີ່ມທະວີການຮ່ວມມືໃນບັນຫາເກັບກູ້ລູກລະເດບີດມະນຸດສະທຳ.

ນັກຂ່າວ VOV ປະຈຳ ໄທ

This site is protected by reCAPTCHA and the Google Privacy Policy and Terms of Service apply.