ຂ່າວເດັ່ນ

ໄທ ແລະ ລາວ ຕ້ອນຮັບບຸນປີໃໝ່ໃນບັນຍາກາດອັນງຽບສະຫງັດ

ໄທ ແລະ ລາວ ຕ້ອນຮັບບຸນປີໃໝ່ໃນບັນຍາກາດອັນງຽບສະຫງັດ

(VOVWORLD) - ວັນທີ 13 ເມສາ, ຕາມຮີດຄອງປະເພນີຂອງ ໄທ ແມ່ນມື້ທຳອິດຂອງບຸນຫົດນ້ຳພື້ນເມືອງ ສົງການ, ປີນີ້ ບັນຍາກາດບຸນປີໃໝ່ຕ່າງກັບບັນຍາກາດທີ່ເບີກບານມ່ວນຊື່ນຄືກຄື້ນຂອງທຸກໆປີ, ຍ້ອນໂລກລະບາດ ໂຄວິດ-19, ລັດຖະບານ ໄທ ໄດ້ອອກຄຳສັ່ງ ຢຸດຕິການຈັດຕັ້ງຈັດພິທີຫຼັກ ສະນັ້ນ, ບັນຍາກາດຂອງບຸນປີໃໝ່ທີ່ສຳຄັນທີ່ສຸດຢູ່ໄທ ແມ່ນງຽບສະຫງັດ.

 ໄທ ຕ້ອນຮັບບຸນປີໃໝ່ໃນບັນຍາກາດອັນງຽບສະຫງັດ

ແລະກໍ່ໃນວັນດຽວກັນ, ລາວ ກໍ່ຕ້ອນຮັບບຸນປີໃໝ່ ພສ 2563 ໃນບັນຍາກາດງຽບສະຫງັດ. ຄູບາ ໂອກາດ ເພັດສີສານະວົງ, ຢູ່ວັດ ສີເມືອງ, ນະຄອນຫລວງ ວຽງຈັນ ໃຫ້ຮູ້ວ່າ: ປີນີ້, ວັດສີເມືອງ ຢຸດຕິທຸກການເຄື່ອນໄຫວທາງສາສະໜາ, ປະຊາຊົນບໍ່ໄປວັດພາວະນາ ແລະ ເຂົ້າຮ່ວມພິທີສົງພະ.

        ພິທີສົງພະ ແລະ ແຫ່ນາງສັງຂານ ໄດ້ຖືກຮຽກຮ້ອງໃຫ້ຢຸດຕິ ເພື່ອປະຕິບັດບັນດາຂໍ້ກຳນົດຂອງລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ, ວັດວາອາຣາມຕ່າງໆຢູ່ລຽບຕາມຖະໜົມ ເສດຖາທິລາດ ລ້ວນແຕ່ປິດປະຕູນັບແຕ່ຕົ້ນເດືອນ ເມສາ. ບຸນຫົດນ້ຳຢູ່ ລາວ  ປີນີ້ ດຳເນີນພຽງແຕ່ໃນຂອບຂະໜາດຄອບຄົວເທົ່ານັ້ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.