ຂ່າວເດັ່ນ

ໄທ ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ບັນ​ດາ​ກົນ​ໄກ​ສອງ​ຝ່າຍ​ໃນ​ການ​ແກ້​ໄຂບັນ​ຫາ​ຊາຍ​ແດນ ກັບ ກຳ​ປູ​ເຈຍ

ໄທ ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ບັນ​ດາ​ກົນ​ໄກ​ສອງ​ຝ່າຍ​ໃນ​ການ​ແກ້​ໄຂບັນ​ຫາ​ຊາຍ​ແດນ ກັບ ກຳ​ປູ​ເຈຍ

(VOVWORLD) - ບັນດາການປຶກສາຫາລືໂດຍກົງລະຫວ່າງບັນດາປະເທດແມ່ນວິທີການສຳຜັດທີ່ມີປະສິດທິຜົນທີ່ສຸດເພື່ອແນໃສ່ແກ້ໄຂຄວາມເຄັ່ງຕຶງ.

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄທ ມາຣິດ ສະງ່ຽມພົງ 

ຕອນບ່າຍວັນທີ 11 ມິຖຸນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄທ ມາຣິດ ສະງ່ຽມພົງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງບັນດາກົນໄກສອງຝ່າຍໃນການແກ້ໄຂບັນດາບັນຫາຊາຍແດນກັບ ກຳປູເຈຍ, ພາຍຫຼັງກອງປະຊຸມຄັ້ງທີ 2 ຂອງຄະນະຜູ້ແທນໄທ ໃນຄະນະກຳມາທິການຊາຍແດນຮ່ວມ (JBC), ທີ່ໄດ້ດຳເນີນໃນວັນດຽວກັນ.

        ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ມາຣິດ ສະງ່ຽມພົງ ຢັ້ງຢືນວ່າ ບັນດາການປຶກສາຫາລືໂດຍກົງລະຫວ່າງບັນດາປະເທດແມ່ນວິທີການສຳຜັດທີ່ມີປະສິດທິຜົນທີ່ສຸດເພື່ອແນໃສ່ແກ້ໄຂຄວາມເຄັ່ງຕຶງ. ທ່ານກໍເນັ້ນໜັກວ່າ ທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ, Hun Manet  ໄດ້ປຶກສາຫາລືກ່ຽວກັບບັນດາບັນຫານີ້ຢ່າງຕໍ່ລຽນຕິດ ແລະ ຢັ້ງຢືນຄຳໝັ້ນສັນຍາຂອງການນຳຂັ້ນສູງສອງປະເທດກ່ຽວກັບການເຈລະຈາແບບເຊິ່ງໜ້າ.

        ທ່ານລັດຖະມົນຕີການຕ່າງປະເທດ ໄທ ໄດ້ເນັ້ນໜັກເປັນພິເສດເຖິງບົດບາດສຳຄັນຂອງສາມກົນໄກສອງຝ່າຍທີ່ໄດ້ສ້າງຂຶ້ນ, ລວມມີ: ຄະນະກຳທິການຊາຍແດນຮ່ວມ, ຄະນະກຳມະການຊາຍແດນທົ່ວໄປ ແລະ ຄະນະກຳມະການຊາຍແດນພາກພື້ນ; ພ້ອມທັງຫວັງວ່າ ບັນດາກົນໄກນີ້ ຈະສືບຕໍ່ໄດ້ຮັບການສ້າງ ແລະ ເປີດກວ້າງ, ພິເສດແມ່ນພາຍຫຼັງຜົນສຳເລັດໃນຄວາມພະຍາຍາມຫຼຸດຜ່ອນຄວາມເຄັ່ງຕຶງຂອງບັນດາກຳລັງທະຫານສອງປະເທດຢູ່ເຂດຊາຍແດນ.

ນັກຂ່າວ VOV ປະຈຳ ໄທ


This site is protected by reCAPTCHA and the Google Privacy Policy and Terms of Service apply.