ຂ່າວເດັ່ນ

ໄທ - ກຳ​ປູ​ເຈຍ ມຸ່ງ​ໄປ​ເຖິງ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ

ໄທ - ກຳ​ປູ​ເຈຍ ມຸ່ງ​ໄປ​ເຖິງ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ

(VOVWORLD) - ແຈ້ງການກ່ຽວກັບການປຶກສາຫາລື, ວັນທີ 18 ຕຸລາ ທ່ານ Sihasak Phuangketkeow ລັດຖະມົນຕີ ການຕ່າງປະເທດ ໄທ ໃຫ້ຮູ້ວ່າກກອງປະຊຸມຄັ້ງນີ້ສຸມໃສ່ເຖິງການສ້າງຖະແຫຼງການຮ່ວມເພື່ອແນໃສ່ສ້າງກອບຮ່ວມມືແກ້ໄຂບັນດາບັນຫາຍັງຄົງຄ້າງ ລະຫວ່າງ ໄທ ແລະ ກຳປູເຈຍ ດ້ວຍເປົ້າໝາຍຟື້ນຟູການພົວພັນສອງຝ່າຍທີ່ເປັນມິດຄືນໃໝ່.

ທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ (ພາບ:Mfaic)

ການປຶກສາຫາລືຄັ້ງທີ 4 ລະຫວ່າງ ອາເມລິກາ, ມາເລເຊຍ, ໄທ ແລະ ກຳປູເຈຍ ໄດ້ດຳເນີນໃນວັນທີ 17 ຕຸລາຢູ່ Kuala Lumpur, ມາເລເຊຍ ບັນລຸໄດ້ບັນດາບາດກ້າວສຳຄັນໃນຄວາມມານະພະຍາຍາມ ຟື້ນຟູການພົວພັນສອງຝ່າຍລະຫວ່າງ ໄທ ແລະ ກຳປູເຈຍ. ແຈ້ງການກ່ຽວກັບການປຶກສາຫາລື, ວັນທີ 18 ຕຸລາ ທ່ານ Sihasak Phuangketkeow ລັດຖະມົນຕີ ການຕ່າງປະເທດ ໄທ ໃຫ້ຮູ້ວ່າກກອງປະຊຸມຄັ້ງນີ້ສຸມໃສ່ເຖິງການສ້າງຖະແຫຼງການຮ່ວມເພື່ອແນໃສ່ສ້າງກອບຮ່ວມມືແກ້ໄຂບັນດາບັນຫາຍັງຄົງຄ້າງ ລະຫວ່າງ ໄທ ແລະ ກຳປູເຈຍ ດ້ວຍເປົ້າໝາຍຟື້ນຟູການພົວພັນສອງຝ່າຍທີ່ເປັນມິດຄືນໃໝ່.

ສ່ວນຝ່າຍກຳປູເຈຍ, ເມື່ອຕອບສຳພາດຕໍ່ນັກຂ່າວໃນວັນທີ 18 ຕຸລາ, ທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ໃຫ້ຮູ້ວາ ຂໍ້ຕົກລົງສັນຕິພາບລະຫວ່າງສອງປະເທດ ທີ່ຈະໄດ້ຮັບການລົງນາມ ຈະ ຊ່ວຍໃຫ້ກຳປູເຈຍ ແລະ ໄທຫັນການພົວພັນເປັນປົກກະຕິ, ມຸ່ງໄປເຖິງການຮ່ວມດຳລົງຊີວິດທີ່ມີຄວາມສັນຕິພາບ ຄືບັນດາປະເທດບ້ານໃກ້ເຮືອນຄຽງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.