ຂ່າວເດັ່ນ

ໄທ: ລັດຖະ​ບານ​ຊຸດ​ໃໝ່ ​ເຂົ້າ​ພິ​ທີສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ, ຮັບ​ຮອງ​ເອົາ​ຮ່າງ​ນະ​ໂຍ​ບາຍ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ

ໄທ: ລັດຖະ​ບານ​ຊຸດ​ໃໝ່ ​ເຂົ້າ​ພິ​ທີສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ, ຮັບ​ຮອງ​ເອົາ​ຮ່າງ​ນະ​ໂຍ​ບາຍ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ

(VOVWORLD) - ກ່ຽວກັບເສດຖະກິດ, ລັດຖະບານໃຫ້ຄຳໝັ້ນສັນຍາ ຫຼຸດຜ່ອນຄ່າຄອງຊີບຜ່ານໂຄງການ “ຄົນລະເຄິ່ງ” ເພື່ອໜູນຊ່ວຍຊາວກະສິກອນ ຕໍ່ໜ້າສະພາບການລາຄາຜະລິດຕະພັນກະເສດຫຼຸດລົງ, ຊຸກຍູ້ພະລັງງານທົດແທນ ແລະ ພັດທະນາກະສິກຳອັດສະລິຍະ.

ລັດຖະບານໄທ ຊຸດໃໝ່ (ພາບ: ຫ້ອງວ່າການນາຍົກລັດຖະມົນຕີ ໄທ)

ຕອນຄ່ຳວັນທີ 24 ກັນຍາ, ທ່ານ ອະນຸທິນ ຊານວິຣະກຸນ ນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງພາຍໃນ ໄທ ໄດ້ນຳໜ້າສະມາຊິກລັດຖະບານຊຸດໃໝ່ເຂົ້າຮ່ວມພິທີສາບານຕົວຮັບດຳລົງຕຳແໜ່ງ ຕໍ່ ກະສັດມະຫາ ວະຊິຣາລົງກອນ ແລະ ສົມເດັດພະນາງເຈົ້າ ສຸທິດາ ພັດຊະຣະສຸທາພິມົນລັກພຣະບໍຣົມຣາຊິນີ ທີ່ພະລາດຊະວັງ ດຸສິດ  ນະຄອນຫຼວງ ບາງກອກ. ພາຍຫຼັງພິທີສາບານຕົວ, ລັດຖະບານຊຸດໃໝ່ໄດ້ດຳເນີນກອງປະຊຸມພິເສດ ແລະ ຮັບຮອງເອົາຮ່າງຖະແຫຼງການນະໂຍບາຍລັດຖະບານເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ. ກ່ຽວກັບເສດຖະກິດ, ລັດຖະບານໃຫ້ຄຳໝັ້ນສັນຍາ ຫຼຸດຜ່ອນຄ່າຄອງຊີບຜ່ານໂຄງການ “ຄົນລະເຄິ່ງ” ເພື່ອໜູນຊ່ວຍຊາວກະສິກອນ ຕໍ່ໜ້າສະພາບການລາຄາຜະລິດຕະພັນກະເສດຫຼຸດລົງ, ຊຸກຍູ້ພະລັງງານທົດແທນ ແລະ ພັດທະນາກະສິກຳອັດສະລິຍະ. ກ່ຽວກັບຄວາມໝັ້ນຄົງ, ບັນຫາການຂັດແຍ້ງເຂດຊາຍແດນ ໄທ - ກຳປູເຈຍ ຈະໄດ້ຮັບການແກ້ໄຂໂດຍວິທີການການທູດສົມທົບກັບການທະຫານ, ຮັບປະກັນອະທິປະໄຕ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.