ຂ່າວເດັ່ນ

ໄທ ຊຸກຍູ້ 13 ບຸລິມະສິດເສດຖະກິດໃນ ອາຊຽນ.

ໄທ ຊຸກຍູ້ 13 ບຸລິມະສິດເສດຖະກິດໃນ ອາຊຽນ.

(VOVWORLD) -ໄທຈະສຸມໃສ່ 3 ເນື້ອໃນໃຫຍ່ເຊິ່ງກວມລວມ 13 ບຸລິມະສິດເສດຖະກິດ. 3 ເນື້ອໃນໃຫຍ່ລວມມີ : ການກຳນົດທິດອະນາຄົດ, ເພີ່ມທະວີການເຊື່ອມຕໍ່ ແລະ ພັດທະນາແບບຍືນຍົງ.

ກະຊວງການຄ້າ ໄທ ໃຫ້ຮູ້ວ່າ ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ວົງແຄບຈະດຳເນີນ ໃນລະຫວ່າງວັນທີ 22 – 23 ເມສາ ຢູ່ພູເກດ, ປະເທດໄທ, ບັນດາລັດຖະມົນຕີທີ່ເຂົ້າຮ່ວມກອງປະຊຸມນີ້ໄດ້ຕັ້ງຄວາມຫວັງວ່າຈະລົງນາມໃນສັນຍາທີ່ສຳຄັນ 2 ສະບັບລວມມີ ສັນຍາການຄ້າ ການບໍລິການ ອາຊຽນ (ATISA) ແລະ ອະນຸສັນຍາທີ 4 ສະບັບປັບປຸງສັນຍາການລົງທຶນຮອບດ້ານ ອາຊຽນ (ASIA)

ທ່ານນາງ  ອາຣາມົນ ຊັບທະວີທຳ ຫົວໜ້າກົມເຈລະຈາການຄ້າ, ຂອງ ໄທໃຫ້ຮູ້ວ່າໃນຖານະຕຳແໜ່ງເປັນປະທານ ອາຊຽນ ໃນປີນີ້, ໄທຈະສຸມໃສ່ 3 ເນື້ອໃນໃຫຍ່ເຊິ່ງກວມລວມ 13 ບຸລິມະສິດເສດຖະກິດ. 3 ເນື້ອໃນໃຫຍ່ລວມມີ : ການກຳນົດທິດອະນາຄົດ, ເພີ່ມທະວີການເຊື່ອມຕໍ່ ແລະ ພັດທະນາແບບຍືນຍົງ.

ກ່ຽວກັບ ATISA, ຄາດໝາຍຂອງສັນຍາແມ່ນແນໃສ່ສ້າງເງື່ອນໄຂໃນການເຊື່ອມໂຍງລະຫວ່າງບັນດາປະເທດສະມາຊິກ ອາຊຽນໃນຂົງເຂດການບໍລິການຢ່າງເລິກກ້ວາງກ່ວາ ຜ່ານບັນດາຄຳໝັ້ນສັນຍາໃນການສ້າງສະພາບແວດລ້ອມໃຫ້ມີເສລີພາບ, ສະຖຽນລະພາບ ສຳລັບບັນດານັກສະໜອງການບໍລິການໃນພາກພື້ນ.

ສ່ວນ  ACIA ແມ່ນຈະນຳໃຊ້ສັນຍາສະບັບນີ້ກັບນັກລົງທຶນ ອາຊຽນ ແລະ ນັບທັງນັກລົງທຶນຊາວຕ່າງປະເທດຢູ່ບັນດາປະເທດອາຊຽນ. ເພາະສະນັ້ນ, ACIA ຈະຊ່ວຍໃຫ້ ພາກພື້ນ ອາຊຽນ ມີຄວາມດຶງດູດໃຈກ່ວາສຳລັບນັກລົງທຶນທີ່ຢູ່ພາຍໃນ ແລະ ນອກພາກພື້ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.