ຂ່າວເດັ່ນ

ໄທປະຕິບັດການຄວບຄຸມເຂດຊາຍແດນ ກັບ ກຳປູເຈຍຢ່າງເຄັ່ງຄັດ

ໄທປະຕິບັດການຄວບຄຸມເຂດຊາຍແດນ ກັບ ກຳປູເຈຍຢ່າງເຄັ່ງຄັດ

(VOVWORLD) - ລັດຖະບານ ໄທຈະຜັນຂະຫຍາຍບັນດາມາດຕະການຫຼັກແຫຼ່ງລວມມີການຄຸ້ມຄອງຢູ່ 7 ແຂວງຊາຍແດນຕິດກັບ ກຳປູເຈຍຢ່າງເຄັ່ງຂັດ, ຈຳກັດເວລາເຮັດວຽກ ແລະ ຫ້າມແຂກທ່ອງທ່ຽວມາບັນດາ ກາສີໂນຢູ່ເຂດຊາຍແດນ ຫຼື ໄປຍັງ Siem Reap (ກຳປູເຈຍ) ເພື່ອຫຼິ້ນການພະນັນ.

ທ່ານນາຍົກລັດຖະມົນຕີ ໄທ ນາງ ແພທອງທານ ຊິນນະວັດ (ພາບ: REUTERS)

ຕອນຄ່ຳວັນທີ 23 ມິຖຸນາ, ທ່ານນາຍົກລັດຖະມົນຕີ ໄທ ນາງ ແພທອງທານ ຊິນນະວັດ ໄດ້ປະກາດຜັນຂະຫຍາຍບັນດາມາດຕະການແຂງກະດ້າງ ເພື່ອແນໃສ່ປາບປາມເຄືອຂ່າຍຕົວະຕົ້ມຫຼອກລວງຂ້າມຊາຍແດນ ທີ່ມີການເຄື່ອນໄຫວຈາກກຳປູເຈຍ ລວມມີທັງການກວດກາເຂດຊາຍແດນລະຫວ່າງສອງປະເທດຢ່າງເຄັ່ງຂັດ. ລະອຽດແມ່ນ, ລັດຖະບານ ໄທຈະຜັນຂະຫຍາຍບັນດາມາດຕະການຫຼັກແຫຼ່ງລວມມີການຄຸ້ມຄອງຢູ່ 7 ແຂວງຊາຍແດນຕິດກັບ ກຳປູເຈຍຢ່າງເຄັ່ງຂັດ, ຈຳກັດເວລາເຮັດວຽກ ແລະ ຫ້າມແຂກທ່ອງທ່ຽວມາບັນດາ ກາສີໂນຢູ່ເຂດຊາຍແດນ ຫຼື ໄປຍັງ Siem Reap (ກຳປູເຈຍ) ເພື່ອຫຼິ້ນການພະນັນ. ບັນດາອົງການຂອງໄທ ກໍ່ຈະສຳຫຼວດກວດກາ ແລະ ຕັດການເຊື່ອມຕໍ່ ອິນເຕີເນັດ, ສາຍກາບໃຕ້ດິນທີ່ກ່ຽວຂ້ອງບັນດາເຄືອຂ່າຍຫຼອກລວງຢູ່ ກຳປູເຈຍ. ພ້ອມກັນນັ້ນ, ລັດຖະບານ ໄທກໍ່ໄດ້ເພີ່ມທະວີການໜູນຊ່ວຍຊາວກະສິກອນ ແລະ ວິສາຫະກິດທ້ອງຖິ່ນທີ່ຖືກຜົນກະທົບຜ່ານໂຄງການເກັບຊື້ ແລະ ກະຕຸກຊຸກຍູ້ການຊື້ຂາຍພາຍໃນປະເທດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.