ຂ່າວເດັ່ນໄວໜຸ່ມແຂວງດັກລັກເພີ່ມທະວີການຮ່ວມມື,ພົບປະແລກປ່ຽນກັບໄວໜຸ່ມແຂວງຈຳປາສັກ,ລາວ
ໄວໜຸ່ມແຂວງດັກລັກເພີ່ມທະວີການຮ່ວມມື,ພົບປະແລກປ່ຽນກັບໄວໜຸ່ມແຂວງຈຳປາສັກ,ລາວ
ວັນເສົາ, 15:41, 09/06/2018
VOV5
(VOVWORLD) -ຕອນບ່າຍວັນທີ 08 ມິຖຸນາ, ຢູ່ນະຄອນ ບວນມາທວດ, ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ແຂວງ ດັກລັກ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງ ຈຳປາສັກ ໄດ້ຈັດພິທີລົງນາມໃນບົດບັນທຶກຊ່ວຍຈຳຮ່ວມມືໃນວຽກງານຊາວໜຸ່ມ, ເຍົາວະຊົນ, ອະນຸຊົນ ແລະ ວຽກງານຂອງນັກທຸລະກິດໜຸ່ມ ໄລຍະ 2018 – 2020.
|
ໄວໜຸ່ມແຂວງດັກລັກເພີ່ມທະວີການຮ່ວມມື, ພົບປະແລກປ່ຽນກັບໄວໜຸ່ມແຂວງຈຳປາສັກ
(ພາບ: tinhdoandaklak.gov.vn)
|
ຕາມນັ້ນແລ້ວ, 2 ຝ່າຍຈະຈັດຕັ້ງໃຫ້ຊາວໜຸ່ມ 2 ແຂວງແລກປ່ຽນບົດຮຽນໃນການຜະລິດດຳເນີນທຸລະກິດ ແລະ ການຮ່ວມມືພັດທະນາບັນດາຮູບແບບເສດຖະກິດທີ່ເໝາະສົມ; ແບ່ງປັນບົດຮຽນໜູນຊ່ວຍຊາວໜຸ່ມເລີ່ມເຮັດທຸລະກິດແບບ start up, ກໍ່ຮ່າງສ້າງຕົວ, ປຶກສາຫາລືກ່ຽວກັບການຍູ້ແຮງການຮ່ວມມືພັດທະນາເສດຖະກິດ, ສັງຄົມລະຫວ່າງຊາວໜຸ່ມ 2 ແຂວງ; ເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ, ສິລະປະ, ກິລາ.
Tag:VOV / VOVworld / ບັນທຶກຊ່ວຍຈຳ