ຂ່າວເດັ່ນ

ອຳ​ນາດ​ການ​ປົ​ກຄອງ​ຊົ່ວ​ຄາວ ຊີ​ຣີ ກະ​ກຽມ​ຈັດ​ການ​ເລືອ​ກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ

ອຳ​ນາດ​ການ​ປົ​ກຄອງ​ຊົ່ວ​ຄາວ ຊີ​ຣີ ກະ​ກຽມ​ຈັດ​ການ​ເລືອ​ກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ

(VOVWORLD) - ເລື່ອງເລືອກຕັ້ງຢູ່ແຂວງ Sweida ຈະຖືກໂຈະໄວ້, ເຊິ່ງເປັນບ່ອນທີ່ເກີດບັນດາການປະທະກັນ ຍ້ອນມີຂໍ້ຂັດແຍ້ງກັນດ້ານເຊື້ອຊາດຜິວພັນໃນເດືອນ ກໍລະກົດ, ຢູ່ບັນດາແຂວງ Raqqa ແລະ Hasakah ກໍເຊັ່ນດຽວກັນ ຍ້ອນສະພາບການຄວາມສະຫງົບປອດໄພ ແລະ ການເມືອງ.

ບັນຍາກາດຂອງວາລະປະຊຸມໜຶ່ງຂອງສະພາແຫ່ງຊາດ ຊີຣີ ຢູ່ນະຄອນຫຼວງ Damascus (ພາບ: SANA/TTXVN)

ວັນທີ 21 ກັນຍາ, ຄະນະກຳມະການເລືອກຕັ້ງ ຊີຮີ ໃຫ້ຮູ້ວ່າ ປະເທດນີ້ຄາດວ່າຈະຈັດການເລືອກຕັ້ງສະພາແຫ່ງຊາດໃນວັນທີ 05 ຕຸລາ ຈະມາເຖິງ, ຕາມລັດຖະທຳມະນູນຊົ່ວຄາວ ທີ່ໄດ້ປະກາດໃນເດືອນມີນາ, ອົງການນິຕິບັນຍັດຊຸດໃໝ່ຂອງ ຊີຣີ, ລວມມີສະມາຊິກ 210 ຄົນ, ໃນນັ້ນ ມີ 70 ຄົນໂດຍທ່ານ Ahmed al-Sharaa ປະທານາທິບໍດີ ສະເໜີເລືອກຕັ້ງ.

ທ້າຍເດືອນ ສິງຫາ ຜ່ານມາ, ລັດຖະບານ ຊີຣີ ປະກາດວ່າ ເລື່ອງເລືອກຕັ້ງຢູ່ແຂວງ Sweida ຈະຖືກໂຈະໄວ້, ເຊິ່ງເປັນບ່ອນທີ່ເກີດບັນດາການປະທະກັນ ຍ້ອນມີຂໍ້ຂັດແຍ້ງກັນດ້ານເຊື້ອຊາດຜິວພັນໃນເດືອນ ກໍລະກົດ,  ຢູ່ບັນດາແຂວງ Raqqa ແລະ Hasakah ກໍເຊັ່ນດຽວກັນ ຍ້ອນສະພາບການຄວາມສະຫງົບປອດໄພ ແລະ ການເມືອງ.  ສະພາແຫ່ງຊາດຊົ່ວຄາວມີອາຍຸການ 30 ເດືອນ ແລະ ສາມາດຕໍ່ກຳນົດເວລາ. ອົງການນີ້ຈະປະຕິບັດບົດບາດຂອງຕົນຈົນຮອດເມື່ອລັດຖະທຳມະນູນສະບັບສົມບູນໄດ້ຮັບການຮັບຮອງເອົາ ແລະ ການເລືອກຕັ້ງໃໝ່ຖືກຈັດຂຶ້ນ.

ມິງໂງ, ນັກຂ່າວ VOV ປະຈຳ ອີຢິບ

This site is protected by reCAPTCHA and the Google Privacy Policy and Terms of Service apply.