ຂ່າວເດັ່ນ

ອຳ​ນາດ​ການ​ປົກ​ຄອງການ​ທະ​ຫານ ມຽນ​ມາ ຖ​ະ​ແຫຼງ​ຢຸດ​ຍິງ​ຊົ່ວ​ຄາວ

ອຳ​ນາດ​ການ​ປົກ​ຄອງການ​ທະ​ຫານ ມຽນ​ມາ ຖ​ະ​ແຫຼງ​ຢຸດ​ຍິງ​ຊົ່ວ​ຄາວ

(VOVWORLD) - ຄຳສັ່ງຢຸດຍິງ ຈະມີຜົນສັກສິດຈົນຮອດວັນທີ 22 ເມສາ ເພື່ອຜັນຂະຫຍາຍບັນດາຄວາມມານະພະຍາຍາມກູ້ໄພກູ້ຊີບ.

ສະພາບການຢູ່ Mandalay, ມຽນມາ ພາຍຫຼັງເຫດແຜ່ນດິນໄຫວ (ພາບ:THX/TTXVN)

ອຳນາດການປົກຄອງທະຫານ ມຽນມາ ໄດ້ຖະແຫຼງຢຸດຕິຊົ່ວຄາວການປະທະກັນກັບກຸ່ມກຳລັງປະກອບອາວຸດລຸກຮື້ຂຶ້ນ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວກູ້ໄພກູ້ຊີບພາຍຫຼັງເຫດແຜ່ນດິນໄຫວທີ່ມີຄວາມແຮງ 7,7 ຣິກເຕີ ໃນທ້າຍອາທິດກ່ອນ ເຮັດໃຫ້ມີຜູ້ເສຍຊີວິດກວ່າ 3.000 ຄົນ.

        ແຈ້ງການຂອງກອງບັນຊາການກອງທັບ ມຽນມາ ໄດ້ອອກຂ່າວໃນວັນທີ 02 ເມສາ ໃນຊ່ອງໂທລະພາບແຫ່ງຊາດ ມຽນມາ, ໂດຍໃຫ້ຮູ້ວ່າ ຄຳສັ່ງຢຸດຍິງ ຈະມີຜົນສັກສິດຈົນຮອດວັນທີ 22 ເມສາ ເພື່ອຜັນຂະຫຍາຍບັນດາຄວາມມານະພະຍາຍາມກູ້ໄພກູ້ຊີບ. ແຈ້ງການດັ່ງກ່າວໄດ້ຍົກອອກມາ ພາຍຫຼັງມີຄຳສັ່ງຢຸດຍິງຊົ່ວຄາວຕາມລຳພັງຝ່າຍດຽວຈາກພັນທະມິດບັນດາກຸ່ມກຳລັງປະກອບອາວຸດ ແນໃສ່ໜູນຊ່ວຍການເຄື່ອນໄຫວຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ ແລະ ຜູ້ຖືກຜົນກະທົບຈາກເຫດແຜ່ນດິນໄຫວ. ຕາມຊ່ອງໂທລະພາບແຫ່ງຊາດ ມຽນມາ ແລ້ວ, ຈຳນວນຜູ້ເສຍຊີວິດໃນໄພພິບັດດັ່ງກ່າວໄດ້ເພີ່ມຂຶ້ນເປັນກວ່າ 3.000 ຄົນແລ້ວ, ມີຜູ້ຮັບບາດເຈັບກວ່າ 4.500 ແລະ ນັບຮ້ອຍໆຄົນຫາຍສາບສູນ.

ງອກຢຽບ, ນັກຂ່າວ VOV ປະຈຳ ໄທ

 

This site is protected by reCAPTCHA and the Google Privacy Policy and Terms of Service apply.